ປາແລດສຕິນ ຄັດຄ້ານອິດສຣາແອນ ກໍ່ສ້າງເຮືອນປະຈຳຕັ້ງຖິ່ນຕື່ມອີກຢູ່ເຢຣູຊາແອນຕາເວັນອອກ

ປາແລດສຕິນ ຄັດຄ້ານອິດສຣາແອນ ກໍ່ສ້າງເຮືອນປະຈຳຕັ້ງຖິ່ນຕື່ມອີກຢູ່ເຢຣູຊາແອນຕາເວັນອອກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30 ຕຸລາ, ປາ​ແລດ​ສຕິນ ​ໄດ້​ກ່າວ​ປະນາມ​ອິດສຣາ​ແອນ ​ໄດ້ທຳລາຍ​ວິວັດ​ການ​ສັນຕິພາບ​ຢູ່​ຕາເວັນ​ອອກ​ກາງ ​ເມື່ອ​ມີ​​ແຜນການ​ສ້າງ​ເຮືອນ​ປະຈຳຖິ່ນ​ຕື່ມ​ອີກ​​ໃຫ້​ຊາວ ຢີວ ຢູ່​ເຂດ​ເຢຣູຊາ​ແອນຕາ​ເວັນ​ອອກ. ​ໂຄສົກ​ຂອງ​ປະທານາທິບໍດີ​ປາ​ແລດ​ສຕິນ Mahmoud Abbas, ທ່ານ Nabik Abu Rdineh ​ໃຫ້​ຮູ້​ວ່າ ນະ​ໂຍບາຍສ້າງ​ເຂດ​ຖິ່ນ​ຖານ​ຄົງ​ທີ່ດັ່ງກ່າວໄດ້​ທຳລາຍ​ວິວັດ​ການ​ສັນຕິພາບ, ​ເຮັດ​ໃຫ້​ປາ​ແລດ​ສຕິນ ​ແລະ ບັນດາ​ປະ​ເທດ​ອາຣັບ ​ຂາດ​ຄວາມ​​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ສ້າງ​ສັນຕິພາບ​ຂອງ​ອຳນາດ​ການ​ປົກຄອງ​ອິດສຣາ​ແອນ. ກ່ອນ​ໜ້າ​ນັ້ນ, ຄໍ່າ​ຄືນ​ວັນ​ທີ 29 ຕຸລາ, ທ່ານ​ນາຍົກລັດຖະມົນຕີ ອິດສຣາ​ແອນ Benjamin Netanyahu ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Gideon Sa’ar ​ໄດ້​ຮັບຮອງ​ເອົາ​ແຜນການ​ກໍ່ສ້າງ​ເຮືອນ​ຢູ່ 1.500 ຫຼັງ​ຢູ່ເຂດຖິ່ນ​ຖານ​ຄົງ​ທີ່ຢູ່ເຢຣູຊາ​ແອນຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ