ປາແລດສຕິນ ແລະ ອິດສະຣາແອນ ສືບຕໍ່ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງ

ປາແລດສຕິນ ແລະ ອິດສະຣາແອນ ສືບຕໍ່ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 26/11, ອີ​ຍີບ ​ໄດ້​ຕ້ອນຮັບ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ປາ​ແລດ​ສຕິນ ​ແລະ ອິດສະ​ຮາແອ​ນ ມາ​​ປຶກສາ​ຫາລື​ບັນດາມາດ​ຕະການ​ປັບປຸງ​ຂໍ້​ຕົກລົງ​ຢຸດຍິງທີ່​ຫາ​ກໍບັນລຸ​ໄດ້​ໃນ​ອາທິ​ດກ່ອນ. ​ການ​ປຶກສາ​ຫາລືຕ່າງໆ​ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ສິ່ງ​ທີ່​ຫຍຸ້ງ​ເຫ​ຍືອງ​ໃນ​ຂໍ້​ຕົກລົງ​​ໂດຍລະອຽດ​ຄື ​ເລື່ອງ​ອິດສຣາ​ແອນ ການ​ປິດ​ລ້ອມ ​ແລະ ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການ​ຂົນສົ່ງ​ສິນຄ້າ​ຜ່ານ​ດ່ານ​ຊາຍ​​ແດນ​ຢູ່​ເຂດ​ກາຊາ. ຕໍ່ໜ້າ​ຂໍ້​ຕົກລົງ​ຢຸດ​ຍິງອາດ​ຈະ​ຖືກ​ພັງ​ທະລາ​ຍ, ອີ​ຍີບ ​ໄດ້​ຮຽກຮ້ອງ​ໃຫ້ ຮາມາດ ຜັນ​ຂະຫຍາຍກຳລັງ​ຕຳຫຼວດ​ຢູ່​ເຂດ​ຊາຍ​ແດນ ​ເພື່ອ​ແນ​​ໃສ່ສະກັດ​ກັ້ນ​ພົນລະ​ເມືອງ​ຢູ່​ເຂດ​ກາຊາ ​ເຂົ້າ​ມາ​ໃກ້ ​ແລະ ​ເພື່ອ​ຫຼີກ​ລ້ຽງການ​ໃຊ້ຄວາມ​ຮຸນ​ແຮງ​. ຄາດ​ວ່າ ອີ​ຍີບ ຈະ​ຮຽກຮ້ອງ​​ໃຫ້ສອງ​ຝ່າຍ​ປັບປຸງ ​ແລະ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ສຳ​ລັບ​ຂໍ້​ຕົກລົງ​ຢຸດ​ຍິງ.

ຂ່າວ/ບົດ​ອື່ນ