ປາແລດສະຕິນສະເໜີຕໍ່ປະທານາທິບໍດີ Abbas ເຊື່ອມຕໍ່ການຄວບຄຸມເຂດ Gaza ຄືນໃໝ່
(VOVWORLD) -ວັນທີ 19 ກັນຍາ, ຂະບວນການອິດສະລາມ Hamas ໄດ້ສະເໜີໃຫ້ທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas ຈັດສົ່ງບັນດາເຈົ້າໜ້າທີ່ເຖິງເຂດ Gaza ເພື່ອເຊື່ອມຕໍ່ການຄວບຄຸມເຂດ Gaza ຄືນໃໝ່ໂດຍກຸ່ມຂະບວນອິດສະລາມ ນີ້ຢຶດຄອງກ່ອນນີ້ເປັນທົດສະວັດ.
(ພາບປະກອບ: AFP/TTXVN)
|
ການນຳຂະບວນການ Hamas, Ismail Haniyeh ເວົ້າວ່າ, ຂະບວນການ Hamas ມີຄວາມເຂັ້ມງວດທີ່ສຸດໃນການມອບສິດອຳນາດຄືນໃຫ້ການນຳ ປາແລດສະຕິນ ແລະ ຮຽກຮ້ອງທ່ານໂຕ້ຕອບຄືນດ້ວຍ “ບັນດາບາດກ້າວຕົວຈິງ”. Hamas ກໍ່ໃຫ້ຮູ້ວ່າ, ຈະຫຼົບລ້າງຄະນະກຳມະການບໍລິການເຂດ Gaza ທີ່ອາດຈະກໍ່ຄວາມໂຕ້ຖຽງກັນໃນຊຸມເດືອນມໍ່ໆມານີ້ເພື່ອຕອບສະໜອງຄວາມຮຽກຮ້ອງຂອງທ່ານປະທານາທິບໍດີ Abbas. ນອກນັ້ນ, Hamas ກໍ່ໃຫ້ຮູ້ວ່າ, ເຂົາເຈົ້າກໍ່ພ້ອມແລ້ວທີ່ຈະມອບສົ່ງທຸກພາລະໜ້າທີ່ຂອງລັດຖະບານໃຫ້ທ່ານປະທານາທິບໍດີ Abbas ແລະ ຈັດຕັ້ງບັນດາການເລືອກຕັ້ງຢູ່ເຂດ Gaza ແລະ ເຂດຕາເວັນຕົກແມ່ນ້ຳຈໍແດນ.