ປາແລັດສະຕິນ ກ່າວປະນາມ ອິດສະລາແອັນ ທຳລາຍມາດຕະການ 2 ລັດ

(VOVWORLD) - ວັນທີ 27 ທັນວາ, ກະຊວງການຕ່າງປະເທດ ປາແລັດສະຕິນ ກ່າວຫາ ອິດສະລາແອັນ ວ່າໄດ້ ທຳລາຍມາດຕະການ 2 ລັດ ດ້ວຍວິທີເປີດກ້ວາງເຂດຕັ້ງຖິ່ນຖານ.
ປາແລັດສະຕິນ ກ່າວປະນາມ ອິດສະລາແອັນ ທຳລາຍມາດຕະການ 2 ລັດ - ảnh 1ພາບປະກອບ /  AFP/TTXVN 

ຖະແຫຼງການດັ່ງກ່າວຂອງກະຊວງການຕ່າງປະເທດ ປາແລັດສະຕິນ ໄດ້ຍົກອອກມາ ເພື່ອແນໃສ່ຕອບໂຕ້ເລື່ອງລັດຖະບານ ອິດສະລາແອັນ ເຫັນດີອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ຄົງທີ່ໃໝ່ຢູ່ເຂດຝັ່ງຕາເວັນຕົກປະມານ 1.500 ຫລັງ. ກະຊວງດັ່ງກ່າວກໍ່ໃຫ້ຮູ້ວ່າ ເລື່ອງເພີ່ມທະວີການເຄື່ອນໄຫວກໍ່ສ້າງເຂດຕັ້ງຖິ່ນຖານຂອງ ອິດສະລາແອັນ ໃນຜືນແຜ່ນດິນ ປາແລັດສະຕິນ ໄດ້ນາບຂູ່ເຖິງສັນຕິພາບ ແລະ ກາຍເປັນ “ການສຳພັດຢ່າງມີລະບົບ” ເພື່ອແນໃສ່ທຳລາຍມາດຕະການ 2 ລັດ.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ໜັງສືພິມລາຍວັນ Haaretz ຂອງ ອິດສະລາແອັນ ໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງພົນລະເຮືອນ ອິດສະລາແອັນ ໄດ້ເຫັນດີອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ຄົງທີ່ຢູ່ຝັ່ງຕາເວັນຕົກ 1.450 ຫລັງ.

ຕອບກັບ

ຂ່າວ/ບົດ​ອື່ນ