(VOVWORLD) -ວັນທີ 7 ທັນວາ, ປາແລດສະຕີນ ຊົມເຊີຍມະຕິ 326 ຂອງສະພາແຫ່ງຊາດ ອາເມລິກາ ໃນນັ້ນ ຄັດຄ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ຊາວຢິວ ແລະ ຂໍ້ຕົກລົງໂຮມເຂົ້າ ຝັງຕາເວັນຕົກຂອງ ອິດສະຣາແອນ.
ເຂດຕັ້ງຖິ່ນຖານຄົງທີ່ Ramat Shlomo ຂອງ ອິດສະຣາແອນ ຢູ່ Jerusalem
ພາບ: AFP/ TTXVN
|
ຕາມທ່ານ Saeb Erekat ເລຂາທິການ ອົງການປົດປ່ອຍ ປາແລດສະຕີນ PLO ແລ້ວ, ມະຕິສະບັບດັ່ງກ່າວເປັນການໂຕ້ຕອບຢ່າງແຮງຕໍ່ການສະຫນັບສະຫນູນຂອງປະທານາທິບໍດີ ອາເມລິກາ Donald Trump ສຳລັບການເຄື່ອນໄຫວກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອນ ຢູ່ ຝັງຕາເວັນຕົກ.
ມະຕິ 326 ໂດຍສະພາຕ່ຳ ອາເມລິກາ ຮັບຮອງເອົາໃນວັນທີ 6 ທັນວາ ດ້ວຍບັດເຫັນດີ 226 ບັດ ແລະ ບັດຄ້ານ 188 ບັດ.