ພາບປະກອບ
(vovworld) - ວັນທີ 14/3, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງ “ກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ”. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຫຼາຍຄຳເຫັນຢັ້ງຢືນບົດບາດນຳພາຂອງພັກ, ບົດບາດຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສິດດຳເນີນທຸລະກິດ ແລະ ມີເຮືອນຢູ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງ, ສິດໄດ້ດຳລົງຊີວິດ, ການແບ່ງງານ, ການສົມທົບກັນ, ກວດກາຄຸ້ມຄອງລະຫວ່າງບັນດາອົງການແຫ່ງລັດໃນການປະຕິບັດບັນດາສິດອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ... ຊີ້ແຈ້ງບັນດາຈຸດພົ້ນເດັ່ນໃນເນື້ອໃນຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ທ່ານສາດສະດາຈານ ເຈີ່ນງອກເດື່ອງ, ອະດິດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊີ້ແຈງວ່າ:
“ຕາມຂ້າພະເຈົ້າແລ້ວ, ຈຸດໃໝ່ແມ່ນກົງຈັກລັດຂອງພວກເຮົາສືບຕໍ່ປ່ຽນໃໝ່ຕາມທິດສ້າງລັດແຫ່ງອຳນາດນິຕິບັນຍັດ. ເປັນຄັ້ງທຳອິດໃນປະຫວັດແຫ່ງການສ້າງລັດຖະທຳມະນູນ, ລັດຖະທຳມະນູນປີ 1992 ທີ່ພວມປະກາດໃຊ້ໃນປະຈຸບັນ ໄດ້ປະກົດ ມີຕົວໜັງສື 6 ຕົວໃນມາດຕາ 2 ນັ້ນແມ່ນ: ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ, ແຕ່ຢູ່ບັນດາພາກຕາມຫຼັງ ກ່ຽວກັບການຈັດຕັ້ງກົນຈັກພັດບໍ່ຊີ້ແຈ້ງອົງການໃດແມ່ນອົງການສ້າງກົດໝາຍ, ອົງການໃດປະຕິບັດກົດໝາຍ ແລະ ອົງການໃດແມ່ນອົງການຕຸລາການ. ແຕ່ໃນຮ່າງລັດຖະທຳມະນູນ ສະບັບປັບປຸງ ໄດ້ຊີ້ແຈງອົງການປະຕິບັດບັນດາສິດດັ່ງກ່າວ. ນັ້ນແມ່ນ, ສະພາແຫ່ງຊາດ ແມ່ນອົງການສ້າງກົດໝາຍ, ລັດຖະບານ ແມ່ນອົງການປະຕິບັດກົດໝາຍ ແລະ ສານປະຊາຊົນປະຕິບັດສິດຕຸລະການ. ເລື່ອງກຳນົດ ແລະ ຊີ້ແຈ້ງຢ່າງລະອຽດບົດບາດຂອງແຕ່ລະອົງການດັ່ງກ່າວ ມີຄວາມໝາຍສຳຄັນທີ່ສຸດ, ແມ່ນພື້ນຖານເພື່ອແບ່ງໜ້າທີ່ສິດອຳນາດຂອງບັນດາອົງການໃນກົງຈັກລັດ, ເຮັດແຈ້ງຄວາມຮັບຜິດຊອບຂອງແຕ່ລະອົງການ. ນັ້ນແມ່ນບາດກ້າວອັນໃຫຍ່ຫຼວງ”