ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ-ທ່າແຮງແກ່ງແຍ້ງໃນໄລຍະໃໝ່

ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ-ທ່າແຮງແກ່ງແຍ້ງໃນໄລຍະໃໝ່ - ảnh 1
​ເວທີ​ປາ​ໄສ​ສາກົນກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​
ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຄັ້ງ​ທີ 2
(ພາບ: qdnd.vn)


​(vovworld) – ​ເວທີ​ປາ​ໄສ​ສາກົນກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຄັ້ງ​ທີ 2, ດ້ວຍ​ຫົວ​ຂໍ້​ວ່າ “ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ-ທ່າ​ແຮງ​ແກ່ງ​ແຍ້​ງ​ໃນ​ໄລຍະ​ໃໝ່” ຖືກດຳ​ເນີນ​​ໃນ​ຕອນ​ບ່າຍ​ວັນ​ທີ 19/05, ຢູ່​ນະຄອນ​ໂຮ່ຈິ​ມິນ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຢືນຢັນ​ວ່າ: ​ໃນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ​ຄື​ປະຈຸ​ບັນ, ພຽງ​ມີ​ການ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງນັ້ນ ວິ​ສາ​ຫະກິດ​ຈຶ່ງ​ສາມາດ​ຄົງ​ຕົວ ​ແລະ ພັດທະນາ​ໄດ້. ຢູ່​ຫວຽດນາມ, ມີ​ບາງ​ວິ​ສາ​ຫະກິດ​ໄດ້​ປະຕິບັດ​ຢ່າງ​ສຳ​ເລັດ ດ້ວຍ​ວິທີ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະສິດ​ສ້າງ​ໃນ​ຫຼາຍ​ປີ​ມາ​ນີ້ ​​ແລະ​ຍັງ​ສືບ​ຕໍ່​ຊຸກຍູ້​ວິວັດ​ການ​ນີ້​ຄື: ບໍລິສັດດ້ຽນກວາງ, ຈູງ​ງວຽນ, Vinagame, Viettel… ກໍ່​ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ຂອງ​ອິດສຣາ​ແອນ ​ແລະ ຊູ​ແອດ ​ໄດ້ແບ່ງປັນ​​ບົດຮຽນຫຼາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດສ້າງ​ຢູ່ 2 ປະ​ເທດ​ນີ້​ນັບ​ສີ​ບໆ​ປີຜ່ານມາ.

ຂ່າວ/ບົດ​ອື່ນ