(ພາບປະກອບ)
(vovworld) – ປະຈຸບັນເຂດໄຕງວຽນ ພວມມີ 880 ຮາກຖານກວດ, ປິ່ນປົວພະຍາດ, ຄິດສະເລ່ຍມີທ່ານໝໍ 68 ຄົນຕໍ່ປະຊາຊົນ 1 ແສນຄົນ, ອັດຕາພະນັກງານການແພດເຄື່ອນໄຫວຢູ່ບ້ານ, ເມືອງແມ່ນ 99,9%. ໃນຊຸມປີມໍ່ໆມານີ້, ກະຊວງສາທາລະນະສຸກ ແລະ ບັນດາແຂວງໄຕງວຽນ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອປັບປຸງ ແລະ ພັດທະນາລະບົບຕອບສະໜອງດ້ານການບໍລິການສາທາລະນະສຸກ, ລະບົບຮາກຖານສາທາລະນະສຸກຂອງເຂດ. ທີ່ກອງປະຊຸມ “ເພີ່ມທະວີວຽກງານສາທາລະນະສຸກເຂດໄຕງວຽນ”, ເຊິ່ງຖືກດຳເນີນໃນວັນທີ 27/01, ຢູ່ແຂວງດັກລັກ, ໂດຍກະຊວງສາທາລະນະສຸກຈັດຕັ້ງ, ບັນດາຜູ້ແທນໄດ້ຍົກອອກມາດຕະການເພື່ອຍົກສູງຄຸນນະພາບການກວດ, ປິນປົວພະຍາດຂັ້ນຮາກຖານ, ວຽກງານປ້ອງກັນດ້ານສາທາລະນະສຸກ, ແຫຼ່ງກຳລັງໃຫ້ສາທາລະນະສຸກໃຫ້ເຂດໄຕງວຽນ. ກ່າວຄຳເຫັນທີ່ພິທີ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ຖືວ່າ, ໂຄງການເບິ່ງແຍງດູແລສຸຂະພາບປະຊາຊົນໄຕງວຽນ ໄລຍະ 2 ໄດ້ຮັບການຜັນຂະຫຍາຍຢູ່ບັນດາແຂວງໄຕງວຽນ ໃນໄລຍະຈະມາເຖິງດ້ວຍຍອດມູນຄ່າ 76 ລ້ານ USD ຈະປະກອບສ່ວນປັບປຸງຄຸນນະພາບດ້ານສາທາລະນະສຸກ, ຄຸຸນນະພາບກວດ, ບິ່ນປົວພະຍາດ, ຍົກສູງສຸຂະພາບຂອງປະຊາຊົນ, ພິເສດແມ່ນປະຊາຊົນເຂດຫ່າງໄກຊອກຫຼີກ.