ປ່ຽນໃໝ່ວິທີການເຄຶ່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ
(ທ່ານປະທານສູນກາງແນວໂຮມປະເທດຊາດ ຫງວຽນທ້ຽນເຍີນ)
(vovworld) – ຫວ່າງແລ້ວນີ້, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ພົບປະກັບບັນດາອົງການສື່ມວນຊົນເພື່ອແຈ້ງຂໍ້ມູນຂ່າວກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 8, ອາຍຸການ 2014 – 2019. ທ່ານປະທານ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ ອາຍຸການ 2014 – 2019, ແນວໂຮມປະເທດຊາດຫວຽດນາມ ໄດ້ສືບທອດບັນດາເນື້ອໃນ, ວິທີການ, ຮູບການເຄື່ອນໄຫວ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ຕິດພັນກັບບົດບາດໜ້າທີ່ຂອງແນວໂຮມປະເທດຊາດ ເຊິ່ງໄດ້ກຳນົດໃນບັນດາເອກະສານຂອງພັກ ແລະ ລັດຖະທຳມະນູນ (ສະບັບປັບປຸງ). ແນວໂຮມປະເທດຊາດຫວຽດນາມ ໄດ້ວາງອອກ 5 ລາຍການເຄື່ອນໄຫວ, ສຸມໃສ່ຍົກສູງປະສິດທິຜົນບັ້ນຂົນຂວາຍ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ປັບປຸງກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ; ລະດົມ, ໜູນຊ່ວຍ ແລະ ພ້ອມກັບປະຊາຊົນທຸກຊັ້ນຄົນຜັນຂະຫຍາຍບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ; ເສີມຂະຫຍາຍປະຊາທິປະໄຕ, ຕ່າງໜ້າ, ປົກປັກຮັກສາສິດຜົນປະໂຫຍດຂອງປະຊາຊົນ.