ກອງປະຊຸມຜັນຂະຫຍາຍແຜນການວຽກງານປີ 2015 ແລະ ສະຫລຸບຂະບວນການແຂ່ງຂັນໃນຂົງເຂດກະຈາຍສຽງ - ໂທລະພາບ ປີ 2014
(ພາບ: Mic.gov.vn)
|
(vovworld) – ກອງປະຊຸມຜັນຂະຫຍາຍແຜນການວຽກງານປີ 2015 ແລະ ສະຫລຸບຂະບວນການແຂ່ງຂັນໃນຂົງເຂດກະຈາຍສຽງ - ໂທລະພາບ ປີ 2014, ບາງໜ້າທີ່ຈຸດສຸມໃນປີ 2015 ຖືກຈັດຂຶ້ນໃນວັນທີ 16/3, ຢູ່ນະຄອນ ທ໋າຍງວຽນ. ປີ 2014, ບັນດາວິທະຍຸກະຈາຍສຽງ - ໂທລະພາບ ໄດ້ຕິດຕາມສະພາບການຕົວຈິງຂອງຊີວິດສັງຄົມ, ປະຕິບັດໜ້າທີໂຄສະນາເຜີຍແຜ່, ຕອບສະໜອງຄວາມຕ້ອງການໄດ້ຮັບຂໍ້ມູນຂ່າວສານຂອງປະຊາຊົນເປັນຢ່າງດີ. ຄຸນນະພາບ ແລະ ເວລາອອກອາກາດຂອງບັນດາລາຍການ ກະຈາຍສຽງ - ໂທລະພາບ ໄດ້ຮັບການປັບປຸງ ແລະ ຍົກສູງ. ເລື່ອງຮ່ວມມືຜະລິດລາຍການ, ຮ່ວມມືສາກົນໄດ້ຮັບການເປີດກ້ວາງ, ຍູ້ແຮງ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງປະສິດທິຜົນຂອງການໂຄສະນາເຜີຍແຜ່. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາ ວິທະຍຸກະຈາຍສຽງ - ໂທລະພາບ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບຫຼາຍບັນຫາ. ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ສື່ສານ ເນັ້ນໜັກວ່າ:
“ກໍ່ສ້າງລະບົບສື່ສານທີ່ທັນສະໄໝ, ຖືເຕັກນິກກ້າວໜ້າເປັນເສົາຄ້ຳເພື່ອກໍ່ຄວາມສາມາດໃນການຜະລິດເນື້ອໃນລາຍການ. ຖືການສ້າງເນື້ອໃນພື້ນຖານເພື່ອຕອບສະໜອງຄວາມຕ້ອງການຂອງມະຫາຊົນ, ສ້າງໂຄງປະກອບການຈັດຕັ້ງພາຍໃນຂອງບັນດາອົງການສື່ສານເປັນຢ່າງດີ. ສ້າງຕັ້ງກົນໄກຄຸ້ມຄອງສື່ສານຢ່າງມີວິທະຍາສາດ ແລະ ປະສິດທິຜົນ, ສຸດທ້າຍແມ່ນກໍ່ສ້າງບາງກຸ່ມບໍລິສັດສື່ສານຕາມຮູບແບບໃໝ່ທີ່ມີຄວາມສາມາດຢ່າງແທດຈິງ, ມີກຳລັງຄວາມສາມາດໂຄສະນາເຜີຍແຜ່ດ້ວຍຜົນສະທ້ອນຢ່າງແຮງຢູ່ພາກພື້ນ ແລະ ໂລກ.”