ປີ 2013, ຄວາມໝັ້ນຄົງ ທາງການບິນພົນລະເຮືອນ ຫວຽດນາມ ໄດ້ຮັບປະກັນ ຢ່າງປອດໄພ

ປີ 2013, ຄວາມໝັ້ນຄົງ ທາງການບິນພົນລະເຮືອນ ຫວຽດນາມ ໄດ້ຮັບປະກັນ ຢ່າງປອດໄພ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP/Nguyên Linh)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/12, ​ເມື່ອກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ກອງປະຊຸມ​ພິຈາລະນາ​ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ທາງ​ການບິນພົນລະ​ເຮືອນ​ແຫ່ງ​ຊາດ​ປີ 2014, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ຊີ້​ແຈ້ງ​ວຽກ​ງານ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ທາງ​ການບິນ​ໃນ​ວິວັດການ​ເຊື່ອມ​ໂຍງ​ ​ແລະ ພັດທະນາ​ມີ​ບົດບາດ​ສຳຄັນ​ພິ​ເສດ. ດັ່ງ​ນັ້ນ, ບັນດາ​ອົງການ​ກ່ຽວ​ຂ້​ອງຄວນ​ເພີ່ມ​ທະວີ​ການ​ຝຶກ​ອົບ​ຮົບ, ບຳລຸງ​ສ້າງກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງການບິນ​ໃຫ້​ພະນັກງານ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ທຸກໆ​ກໍລະນີ. ຄຽງ​ຄູ່​ກັນ​ນັ້ນ, ອົງການ​ກ່ຽວ​ຂ້ອງ​ຕ້ອງ​ຊອກ​ຫາສາຍເຫດພາໄປເຖິງຄວາມອັນຕະລາຍ, ນາບຄູຕໍ່​ຄວາມ​ໝັ້ນຄົງ​ທາງ​ການບິນ ​ແລ​ະ ຄົ້ນພົບ​​ຢ່າງ​ທັນ​ການ​ເພື່ອ​ມີ​ວິທີ​​ແກ້​ໄຂ.

    ປີ 2013, ຄວາມ​ໝັ້ນ​ຄົງທາງ​ການບິນ​ພົນລະ​ເຮືອນ​ໄດ້​ຮັບ​ປະກັນ​ຢ່າງ​ປອດ​ໄພ, ຕ້ອນຮັບ​ແຂກ 44 ລ້ານ​ເທື່ອ​ຄົນ, ພ້ອມ​ກັບ​ສິນຄ້າ​ນັບ​ແສນ​ໂຕນ. ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ທາງ​ການບິນ​ພົນລະ​ເຮືອ​ນ​ແຫ່ງ​ຊາດ ກໍ່​ໄດ້​ຈັດ​ຕັ້ງ​ການ​ຝຶກ​ແອບຫຼາຍ​ຄັ້ງ​ເພື່ອ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ການບິນ​​ໃຫ້ບັນດາ​ພະນັກງານ ​ແລ​ະ ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ.


ຂ່າວ/ບົດ​ອື່ນ