ປີ 2015: ການພົວພັນລະຫວ່າງຫວຽດນາມ - EU ມີບັນດາບາດກ້າວພັດທະນາໃໝ່
(ພາບປະກອບ)
(vovworld) – ປີ 2015 ແມ່ນຂີດໝາຍສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສະຫະພາບເອີລົບ (EU). ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ໄດ້ມີການໂອ້ລົມກັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຄຽງຂ້າງ EU, ເວືອງເທື່ອຟ້ອງ. ຕາມທ່ານເອກອັກຄະລັດຖະທູດເວືອງເທື່ອຟ້ອງ ແລ້ວ, EU ແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ໃນໄລຍະຜ່ານມາ, 2 ຝ່າຍໄດ້ມີບັນດາບາດກ້າວພັດທະນາທີ່ສຳຄັນ. ໃນຂົງເຂດການເມືອງ, ພາຍຫຼັງລົງນາມໃນສັນຍາຄູ່ຮ່ວມມື ແລະ ຮ່ວມມືພັດທະນາ (PCA), ການພົວພັນ 2 ຝ່າຍໄດ້ມີບາດກ້າວພັດທະນາຢ່າງກ້າວກະໂດດຂັ້ນ. 2 ຝ່າຍໄດ້ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງໃນຊຸມປີມໍ່ໆມານີ້. ບັນດາຂົງເຂດຮ່ວມມື 2 ຝ່າຍກໍ່ໄດ້ຮັບການເປີດກວ້າງ, ຈາກການປ້ອງກັນຄວາມສະຫງົບ, ການເມືອງ, ການສຶກສາ, ວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ… ໃນຈຳນວນ 13 ປະເທດຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ໃນປະຈຸບັນ, EU ມີ 5 ປະເທດໃຫຍ່ສຳຄັນແມ່ນ: ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ແອສປາຍ. ນອກຈາກນັ້ນ, ບັນດາປະເທດສະມາຊິກ EU ຍັງແມ່ນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, 2 ຝ່າຍຈະລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ - EU (EVFTA). ນີ້ແມ່ນບາດກ້າວພັດທະນາສຳຄັນພິເສດໃນການພົວພັນຮ່ວມມື ແລະ ແລກປ່ຽນລະຫວ່າງ 2 ຝ່າຍໃນຕະຫຼອດ 25 ປີຜ່ານມາ. ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ໄດ້ເນັ້ນໜັກກ່ຽວກັບດ້ານເສດຖະກິດການຄ້າວ່າ, EU ແມ່ນຕະຫຼາດສົ່ງອອກສິນຄ້າອັນດັບໜຶ່ງຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ຍັງໃຫ້ຮູ້ວ່າ, ຫວຽດນາມ ແລະ EU ຈະມານະພະຍາຍາມສຳເລັດການເຈລະຈາ ເພື່ອສາມາດລົງນາມໃນ EVFTA ຢູ່ຮ່າໂນ້ຍ ໃນ 6 ເດືອນຕົ້ນປີ 2015.