ປີ 2018 ຂະແໜງສິນໃນນ້ຳສູ້ຊົນບັນລຸວົງເງິນການຄ້າສົ່ງອອກໃຫ້ໄດ້ 9 ຕື້ USD

(VOVWORLD) - ປີ 2018, ຂະແໜງສິນໃນນ້ຳ ຫວຽດນາມ ສືບຕໍ່ເສີມຂະຫຍາຍທ່າໄດ້ປຽບແມ່ນລ້ຽງກຸ້ງ ແລະ ປາຈາ, 
ປີ 2018 ຂະແໜງສິນໃນນ້ຳສູ້ຊົນບັນລຸວົງເງິນການຄ້າສົ່ງອອກໃຫ້ໄດ້ 9 ຕື້ USD - ảnh 1 ປີ 2018 ຂະແໜງສິນໃນນ້ຳສູ້ຊົນບັນລຸວົງເງິນການຄ້າສົ່ງອອກໃຫ້ໄດ້ 9 ຕື້ USD

ໃນນັ້ນ ໃຫ້ບຸລິມະສິດບັນດາຮູບແບບລ້ຽງປູກສິນໃນນ້ຳດ້ວຍເຕັກໂນໂລຢີສູງ ເພື່ອມຸ່ງໄປເຖິງຄາດໝາຍສົ່ງອອກສິນໃນນ້ຳໃນປີນີ້ໃຫ້ໄດ້ 9 ຕື້ USD. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ ໃຫ້ຮູ້ວ່າ:

        “ໃນຂົງເຂດຂຸດຄົ້ນ ບໍ່ພຽງແຕ່ແມ່ນເພີ່ມປະລິມານການຜະລິດເທົ່ານັ້ນ ຫາກຍັງຄວບຄຸມເປັນຢ່າງດີກ່ຽວກັບກຳລັງຄວາມສາມາດຂຸດຄົ້ນອີກດ້ວຍ, ຊ້ຳບໍ່ໜຳ ສາມາດຫລຸດຜ່ອນປະລິມານການຜະລິດໄດ້ ແຕ່ຕ້ອງເພີ່ມມູນຄ່າ. ກ່ຽວກັບດ້ານລ້ຽງປູກ ເສີມຂະຫຍາຍບັນດາທ່າໄດ້ປຽບການລ້ຽງກຸ້ງ ກະເສດສຸມດ້ວຍເຕັກໂນໂລຢີສູງ, ສົ່ງເສີມນຳໃຊ້ບັນດາຄວາມກ້າວໜ້າເຕັກນິກໃໝ່ສຸດ, ເພີ່ມປະລິມານການຜະລິດລ້ຽງກຸ້ງ ເຕັກໂນໂລຢີສູງ ແລະ ຕອບສະໜອງຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ.  

ຕອບກັບ

ຂ່າວ/ບົດ​ອື່ນ