ປີ 2019 ນະຄອນໂຮ່ຈີມິນ ສູ້ຊົນເຕີບໂຕເສດຖະກິດຫຼາຍກວ່າ 8%

(VOVWORLD) -ປີ 2019, ນະຄອນສູ້ຊົນບັນລຸຄາດໝາຍ GRDP ໃຫ້ເພີ່ມຂຶ້ນແຕ່ 8,3% - 8,5%

        ຕອນເຊົ້າວັນທີ 4 ມັງກອນ,  ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມ ປີ 2019. ປີ 2018, ເສດຖະກິດຂອງນະຄອນໂຮ່ຈີມິນ ສືບຕໍ່ເຕີີບໂຕເປັນຢ່າງດີ, ລວມຍອດຜະລິດຕະພັນທັງໝົດໃນບໍລິເວນ (GRDP) ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປີ 2019, ນະຄອນກໍານົດວ່າ ແມ່ນປີສໍາຄັນ ເພື່ອໃຫ້ນະຄອນສຸມໃສ່ຍູ້ແຮງບັນດາວິທີການແກ້ໄຂ, ບັນລຸບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ໄລຍະ 2016 – 2020. ປີ 2019, ນະຄອນສູ້ຊົນບັນລຸຄາດໝາຍ GRDP ໃຫ້ເພີ່ມຂຶ້ນແຕ່ 8,3% - 8,5%.

        ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ, ໃນປີ 2019 ນະຄອນໂຮ່ຈີມິນ ຈະຍູ້ແຮງການປະຕິຮູບບັນດາລະບຽບການບໍລິຫານ, ຖືນີ້ແມ່ນຂອດບຸກທະລຸ, ຕິດພັນກັບການຈັດແບ່ງໜ້າທີ່ຄວາມຮັບຜິດຊອບລະອຽດໃຫ້ຜູ້ເປັນຫົວໜ້າອົງການຈັດຕັ້ງ, ຫົວໜ່ວຍ ໃນວຽກງານຈັດຕັ້ງປະຕິບັດການປະຕິຮູບ. ພ້ອມທັງຜັນຂະຫຍາຍເລື່ອງຫັນລັດວິສາຫະກິດເປັນຫຸ້ນສ່ວນຢ່າງຂ້ຽວຂາດ, ຂຸດຄົ້ນແຫຼ່ງກໍາລັງດ້ານທີ່ດິນໃຫ້ມີປະສິດທິຜົນ ແລະ ຜ່ານການຮັບເໝົາ.  ທ່ານ ຫງວຽນແທັ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ, ຊີ້ແຈ້ງວ່າ:

        “ໃນປີ 2019, ນະຄອນ ໂຮ່ຈີມິນ ມີບັນດາມາດຕະການລະອຽດ ເພື່ອສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ວິສາຫະກິດນະຄອນມີບາດກ້າວກະໂດດຂັ້ນ, ຮັບປະກັນປະສິດທິຜົນຂອງການລົງທຶນພາກລັດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ