ປີ2015ມີແງ່ຫວັງຫຼາຍຢ່າງໃຫ້ແກ່ວຽກງານສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ

ປີ2015ມີແງ່ຫວັງຫຼາຍຢ່າງໃຫ້ແກ່ວຽກງານສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ - ảnh 1
ພາບປະກອບ:laodongxuatkhau.net

(vovworld)- ປີ 2014 ​ໄດ້​ຕີ​ລາຄາ​ແມ່ນ​ປີ​ທີ່​ບໍ່​ສະດວກ​ສຳລັບ​ຂົງ​ເຂດການ​ເຄື່ອນ​ໄຫວ​ສົ່ງ​ຄົນ​ງານ​ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​​ເທດ​ຕາມ​​ສັນຍາ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມຈຳນວນ​ຄົນ​ງານ​ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໃນ​ປີຜ່ານມາ​ຍັງ​ຄົງ​ລື່ນກາຍ​ແຜນການທີ່​ວາງ​ອອກ. ຕາມ​ຕົວ​ເລກ​ສະຖິຕິ ຂອງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ໃຫ້​​ເຫັນ​ວ່າ: ປີ 2014, ​ແມ​່ນປີ​ທຳ​ອິດ​ຊື່​ງ ຫວຽດນາມ​ ສົ່ງຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ​​​ ​ກ່ວາ 106.000 ຄົນ, ບັນລຸ 110% ​ເມື່ອ​ທຽບ​ໃສ່​ກັບ​ແຜນການ​ທີ່​ວາງ​ອອກ​ຂອງ​ທັງ​ປີ​ແມ່ນ 90.000 ຄົນ. ​ໄຕ້​ຫວັນ(ຈີນ), ຍີ່ປຸ່ນ​, ສ.​ເກົາຫຼີ, ອາຣັບບີ​ຊາ​ອູ​ດີ ​ແລະ Qatar ​ແມ່ນ​ຕະຫຼາດຈຸດ​ສຸມ​ທີ່​ຫວຽດນາມ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​.

        ປີ 2015, ​ເລື່ອງ​ຮັກສາ​ບັນດາ​ຕະຫຼາ​ດທີ່​ເປັນ​ມູນ​ເຊື້ອ; ​ເປ​ີດກ້ວາງ​ບັນດາ​ຕະຫຼາດ​ທີ່ມີ​ລາຍ​ຮັບ​ສູງຈະ​ສືບ​ຕໍ່​ແມ່ນ​ຈຸດໝາຍ​ຊື່​ງກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ມຸ່ງ​ໄປ​ເຖິງ.

ຂ່າວ/ບົດ​ອື່ນ