ທ່ານ ຮ່ວາງຈູງຫາຍ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ 2015 ແລະ ຜັນຂະຫຍາຍແຜນການປີ 2016 ຂອງກຸ່ມບໍລິສັດນຳ້ມັນອາຍ
ແກຼດແຫ່ງຊາດ ຫວຽດນາມ
|
(vovworld) – ປີ2016, ຫວຽດນາມ ຍູ້ແຮງການສຳຫຼວດ, ຂຸດຄົ້ນນຳ້ມັນອາຍແກັດຮັບປະກັນຄວາມໝັ້ນຄົງດ້ານພະລັງງານ - ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມສະຫລຸບວຽກງານປີ 2015 ແລະ ຜັນຂະຫຍາຍແຜນການປີ 2016 ຂອງກຸ່ມບໍລິສັດນຳ້ມັນອາຍແກຼດແຫ່ງຊາດ ຫວຽດນາມ, ຈັດຕັ້ງໃນວັນທີ 9/1 ຢູ່ຮ່າໂນ້ຍ.
ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ໃນໄລຍະຈະມາເຖິງ, ລາຄານຳ້ມັນໂລກອາດຈະສືບຕໍ່ຫລຸດລົງແຕ່ກຸ່ມບໍລິສັດນຳ້ມັນອາຍແກຼດແຫ່ງຊາດ ຍັງຕ້ອງມານະພະຍາຍາມຊອກຫາ, ສຳຫຼວດ, ລົງທຶນເພື່ຶອດພີ່ມທະວີຄວາມສາມາດບົ່ມຊ້ອນສະສົມນຳ້ມັນເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດກໍຄືການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງກຸ່ມບໍລິສັດ:
“ຕ້ອງປັບປຸງ, ຈັດແບ່ງປະລິມານການຂຸດຄົ້ນ ແລະ ສົ່ງອອກເພື່ອປະກອບສ່ວນຮັບປະກັນຄາດໝາຍການເພີ່ມ GDP ແລະ ລາຍຮັບງົບປະມານ. ກຸ່ມບໍລິສັດຕ້ອງສົມທົບກັບກະຊວງອຸດສາຫະກຳ, ການຄ້າ ຍື່ນສະເໜີຕໍ່ລັດຖະບານວາງແຜນຜັງພັດທະນາຂະແໜງນຳ້ມັນອາຍແກຼດແຕ່ປີ 2025 – 2035 ແລະ ສືບຕໍ່ເປັນເຈົ້າການສົມທົບກັນປົກປັກຮັກສາຄວາມສະຫງົບປອດໄພ.”