(vovworld) – ວັນທີ 10/10, ກອງປະຊຸມໃຫຍ່ຄັ້ງທີ 7 ສະຫະສະມາຄົມບັນດານັກທຸລະກິດຫວຽດນາມ ຢູ່ສະຫະພັນລັດເຊຍ ອາຍຸການ 2015 – 2018, ເຊິ່ງດຳເນີນໄປຢູ່ສູນວັດທະນະທຳ, ການຄ້າຫຼາຍຂະແໜງ Incentra, ມົດສກູ, ສະຫະພັນລັດເຊຍ. ທ່ານປະທານສະຫະສະມາຄົມວິຊາຊີບຂອງຊາວຫວຽດນາມ ປະຈຳສະຫະພັນລັດເຊຍ ເຈີນດັງຈູງ, ໃຫ້ຮູ້ວ່າ, ໃນອາຍຸການຜ່ານມາ, ສະຫະສະມາຄົມ ໄດ້ໜູນຊ່ວຍເລື່ອງສົ່ງເສີມການດຳເນີນທຸລະກິດ, ການລົງທຶນ, ສະໜອງຂໍ້ມູນຂ່າວ ແລະ ແບ່ງປັນບົດຮຽນກັບບັນດາວິສາຫະກິດພາຍໃນປະເທດກ່ຽວກັບຕະຫຼາດສະຫະພັນລັດເຊຍ ຢ່າງມີປະສິດທິຜົນ, ປະກອບສ່ວນຫຼາຍພໍສົມຄວນເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ. ໃນອາຍຸການຈະມາເຖິງ, ສະຫະສະມາຄົມ ຈະມຸ່ງໄປເຖິງການຮັບໃຊ້ຜົນປະໂຫຍດຂອງສະມາຊິກ, ຄົ້ນຄວ້າ, ສະເໜີບັນດາມາດຕະການເພື່ອໜູນຊ່ວຍປະຊາຄົມວິສາຫະກິດຫວຽດນາມ ປະຈຳສະຫະພັນລັດເຊຍ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດກວ່າອີກ.