ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຜ່ານແດນ, ພັກເຊົາ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງກ່ຽວກັບເລື່ອງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ.
ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຜ່ານແດນ, ພັກເຊົາ - ảnh 1 ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຜ່ານແດນ, ພັກເຊົາ (ພາບ: TTXVN)

ແຜນການໄດ້ກຳນົດໂດຍລະອຽດກ່ຽວກັບເນື້ອໃນວຽກງານ, ເວລາ, ຄວາມຄືບໜ້າໃນການສ້າງບັນດາເອກະສານກຳນົດລະອຽດ, ຄຳແນະນຳໃຫ້ສຳເລັດ; ຈັດແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ກົນໄກສົມທົບກັນລະຫວ່າງອົງການຈັດຕັ້ງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບໃນການຜັນຂະຫຍາຍການປະຕິບັດກົດໝາຍໃຫ້ແກ່ບຸກຄົນ, ອົງການຈັດຕັ້ງ. ໄລຍະເວລາປະຕິບັດແຜນການດັ່ງກ່າວ ແມ່ນໃນປີ 2020 ແລະ ຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ