(vovworld)- ເລື່ອງດຳເນີນການຮັບເອົາຄຳເຫັນຈາກ ປຊຊ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຕາມຄຳສັ່ງຂອງກົມການເມືອງ ພວມດຳເນີນໄປຢ່າງຟົດຟື້ນ. ນີ້ແມ່ນບັ້ນດຳເນີນຊີວິດການເມືອງສຳຄັນ, ກວ້າງຂວາງ ເພື່ອເສີມຂະຫຍາຍສິດເປັນເຈົ້າ, ພູມປັນຍາ, ຄວາມສຸດຈິດສຸດໃຈຂອງປະຊາຊົນທຸກຊັ້ນວັນນະ, ຂອງທຸກຂັ້ນ, ຂະແຫນງການ, ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງສ່ວນບຸກຄົນແຕ່ລະຄົນ, ອົງການຈັດຕັ້ງທີ່ມີຕໍ່ການປັບປຸງລັດຖະທຳມະນູນ, ການປະຕິບັດລັດຖະທຳມະນູນ ແລະ ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ.
ຄະນະພັກແຂວງ ບັກນີງ ໄດ້ມອບໃຫ້ສະພາປະຊາຊົນ ແມ່ນອົງການເປັນເຈົ້າພາບກະກຽມເນື້ອໃນແຜນການ, ຈັດຕັ້ງການຜັນຂະຫຍາຍປະຕິບັດການຮັບເອົາຄຳເຫັນຂອງປະຊາຊົນທຸກຊັ້ນວັນນະ ຮັບປະກັນຖືກກັບລະດັບຄວາມໄວ, ລວບລວມຄຳເຫັນເພື່ອບັນລຸໝາກຜົນສູງສຸດ. ຢູ່ ແຂວງ ທາຍງວຽນ, ຄະນະຊີ້ນຳຈັດຕັ້ງການຮັບເອົາຄຳເຫັນຈາກ ປຊຊ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຂອງແຂວງ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຄ່າຍອິນເຕີແນດ ຢູ່ໃຈກາງແຂວງ ແລະ 9 ເມືອງ, ນະຄອນ, ຕາແສງ ພ້ອມທັງລະດົມບັນດາອົງການການເມືອງ ສັງຄົມໃນບໍລິເວນ ຕັ້ງຫນ້າຜັນຂະຫຍາຍ, ເລືອກເຟັ້ນຮູບການຮັບເອົາຄຳເຫັນຢ່າງເປີດເຜີຍ, ກວ້າງຂວາງ, ຮັບປະກັນການເສີມຂະຫຍາຍສິດເປັນເຈົ້າ ແລະ ພູມປັນຍາຂອງ ປຊຊ. ທ່ານ ຫງວຽນດຶກມີນ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ແຂວງ ທາຍງວຽນ ໃຫ້ຮູ້ວ່າ:
“ຕາມແຜນການແລ້ວ, ເລີ່ມຕົ້ນກາງເດືອນ 2/2013 ຈະຈັດຕັ້ງບັນດາກອງປະຊຸມເພື່ອຮັບເອົາຄວາມເຫັນຂອງ ປຊຊ ທຸກຊັ້ນວັນນະ, ນັກຮຽນຮູ້, ປັນຍາຊົນ, ທະນາຍຄວາມ, ບັນດາອົງການສາສະຫນາ. ຮູບການທຳອິດ ແມ່ນຮັບເອົາຄຳເຫັນຜ່ານການຈັດຕັ້ງກອງປະຊຸມ, ການສຳມະນາ ຢູ່ຂັ້ນແຂວງ, ຂັ້ນເມືອງ, ບັນດາອົງການສະມາຊິກ. ຮູບການທີ 2 ແມ່ນຮັບເອົາຄຳເຫັນໂດຍກົງຂອງ ປຊຊ .