ຜັນຂະຫຍາຍການເຄື່ອນໄຫວຕ່າງໆສະເຫຼີມ ສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບປະກອບ: quatest1.com.vn )
(vovworld) – ເພື່ອມຸ່ງໄປສູ່ພິທີສະເຫຼີມສະຫຼອງ 67 ປີແຫ່ງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2014), ກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງໃນວຽກງານນະໂຍບາຍ, ເພື່ອແນໃສ່ຕອບບຸນແທນຄຸນ, ແບ່ງປັນ, ລະດົມກຳລັງໃຈທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ. ໃນໂອກາດນີ້, ກະຊວງປ້ອງກັນປະເທດໄດ້ອອກຈຳນວນເງິນເກືອບ 1 ຕື້ 700 ລ້ານດົ່ງເພື່ອຢື້ຢາມຖາມຂ່າວບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍໜັກພວມໄດ້ຮັບການປິ່ນປົວພະຍາດ, ລ້ຽງດູຢູ່ສູນປິ່ນປົວພະຍາດ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ແມ່ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ກະຊວງປ້ອງກັນປະເທດສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງຕຳຫຼວດ, ໜັງສືພິມປະຊາຊົນ ແລະ ແຂວງກວາງນາມ ຈັດກອງປະຊຸມພົບປະສ້າງສັນ, ຍ້ອງຍໍສັນລະເສີນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທົ່ວປະເທດປີ 2014. ກະຊວງປ້ອງກັນປະເທດ ຍັງໄດ້ບຸລິມະສິດຄັດເລືອກເອົາລູກຫຼານຂອງທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດເຂົ້າເຮັດວຽກຢູ່ບັນດາອົງການຂຶ້ນກັບກະຊວງ./.