ຜັນຂະຫຍາຍບັ້ນຂົນຂວາຍ“ສ້າງແບບຢ່າງຊາວຫນຸ່ມຫວຽດນາມໄລຍະໃຫມ່

ຜັນຂະຫຍາຍບັ້ນຂົນຂວາຍ“ສ້າງແບບຢ່າງຊາວຫນຸ່ມຫວຽດນາມໄລຍະໃຫມ່ - ảnh 1
ຊາວຫນຸ່ມເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫມ່


(vovworld)- ບັ້ນ​ຂົນຂວາຍ“ສ້າງ​ແບບຢ່າງ​ຊາວ​ຫນຸ່ມ​ຫວຽດນາມ​ໃນ​ໄລຍະ​ໃຫມ່”​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ວຽກ​ງານ​​ຊາວ​ຫນຸ່ມ ​ແລະ ຂະ​ບວນການ​ຊາວ​ຫນຸ່ມເຍົາວະຊົນ​ຜັນ​ຂະຫຍາຍ​ໃນ 6 ​ເດືອນ​ທ້າຍ​ປີ 2013. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ລະອຽດ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 3 ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ຫນຸ່ມ​ກ່ຽວ​ກັບ “ການ​ເພີ່ມ​ທະວີ​ການ​ສຶກສາ​ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ, ຝືກຝົນ​ຫລໍ່​ຫລອມ​ອຸດົມ​ຄະຕິ​ປະຕິວັດ​ໃຫ້​ແກ່​ຊາວ​ຫນຸ່ມ ​ໄລຍະ 2013-2017. ຜ່ານ​ບັ້ນ​ຂົນຂວາຍ​ຈະ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ, ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ​ໃນ​ໝູ່ພະນັກງານ, ຊາວ​ຫນຸ່ມ ກ່ຽວກັບ​ສະຕິ​ຝຶກ​ຝົນ​ຫລໍ່​ຫລອມ​, ຮຳ່ຮຽນ ​ແລະ ອອກ​ແຮງ​ງານ, ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ຕໍ່ສູ້​ຍູ້​ການ​ເສື່ອ​ມ​ເສຍ​ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດໃຫ້​ຖອຍ​ໄປ.​

ຕອບກັບ

ຂ່າວ/ບົດ​ອື່ນ