ຜັນຂະຫຍາຍແຜນຮ່າງ“ພັດທະນາການແພດທະເລ,ໝູ່ເກາະຫວຽດນາມຮອດປີ2020”ເຂດທະເລຕາເວັນຕົກພາກໃຕ້
ການກວດພະຍາດໃຫ້ຊາວປະມົງ
(vovworld) – ວັນທີ 16/8, ຢູ່ເມືອງເກາະ ຟູ໋ກວກ, ແຂວງ ກຽນຢາງ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການແພດທະເລ, ໝູ່ເກາະໄດ້ຈັດກອງປະຊຸມຜັນຂະຫຍາຍແຜນຮ່າງ “ພັດທະນາການແພດທະເລ, ໝູ່ເກາະຫວຽດນາມຮອດປີ 2020” ເຂດທະເລ, ໝູ່ເກາະຕາເວັນຕົກພາກໃຕ້. ທີ່ກອງປະຊຸມ, ທ່ານ ຟ້າມເລຕ໋ວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢືນວ່າ: ໄລຍະຈະມາເຖິງ, ໜຶ່ງໃນບັນດາໜ້າທີ່ສຳຄັນແມ່ນຕ້ອງຍູ້ໄວການຜັນຂະຫຍາຍບັດປະກັນສຸຂະພາບໃຫ້ຊາວປະມົງ ແລະ ປະຊາຊົນດຳລົງຊີວິດໃນເກາະ, ຍ້ອນວ່າປະຈຸບັນອັດຕາຜູ້ຊື້ບັດປະກັນສຸຂະພາບຂອງປະຊາຊົນໃນເກາະບໍ່ທັນສູງ. ນອກຈາກນັ້ນ, ເອົາໃຈໃສ່ຍົກສູງກຳລັງຄວາມສາມາດສະໜອງການບໍລິການການແພດ, ຍົກສູງຮູບແບບການກວດ, ປິ່ນປົວພະຍາດ ແລະ ພະຍາບານສຸກເສີນບົນທະເລເພື່ອຮັບປະກັນໃຫ້ການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນໃນເກາະ.
ປະຈຸບັນ, ແຂວງ ກຽນຢາງ ມີ 17 ຕາແສງ ຂຶ້ນກັບ 3 ເມືອງ ແລະ 1 ເທດສະບານ. ໄລຍະຜ່ານມາ, ແຂວງໄດ້ລົງທຶນຍົກລະດັບ, ກໍ່ສ້າງໂຮງໝໍ, ສຸກສາລາໃໝ່ຫຼາຍແຫ່ງ. ເພື່ອຜັນຂະຫຍາຍແຜນຮ່າງ “ພັດທະນາການແພດທະເລ, ໝູ່ເກາະ”, ໃນໄລຍະຈະມາເຖິງ, ກຽນຢາງ ຈະສຸມໃສ່ບຸລິມະສິດກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດການແພດໃຫ້ທະເລ, ໝູ່ເກາະ, ປະກອບບັນດາອຸປະກອນການແພດ, ພາຫະນະຂົນສົ່ງຄົນເຈັບ, ສູນພະຍາບານສຸກເສີນກໍ່ຄືຝຶກອົບຮົມການແພດໃນທະເລ, ເກາະ.