ຜັນຂະຫຍາຍໂຄງການກໍ່ສ້າງໂຮງງານ ສ້ອມແປງກຳປັ່ນທະເລ Vinalines ທາງພາກໃຕ້.
(vovworld) - ໂຄງການລົງທຶນກໍ່ສ້າງໂຮງງານສ້ອມແປງກຳປັ່ນທະເລ Vinalines ທາງພາກໃຕ້ຫວຽດນາມ ຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ ຫາກໍມອບໃຫ້ກະຊວງຄົມມະນາຄົມຂົນສົ່ງແນະນຳໃຫ້ບໍລິສັດໃຫຍ່ການເດີນເຮືອທະເລຫວຽດນາມ ຜັນຂະຫຍາຍບັນຊີລາຍຊື່ຫນ້າວຽກຂອງໂຄງການນີ້. ນີ້ແມ່ນໂຄງການສຳຄັນເພື່ອຕອບສະຫນອງຄວາມຕ້ອງການສ້ອມແປງກຳປັ່ນຂອງບໍລິສັດໃຫຍ່ການເດີນເຮືອທະເລຫວຽດນາມ ເພື່ອເປັນເຈົ້າການໃນແຜນການຜະລິດດຳເນີນທຸລະກິດ, ຍົກສູງປະສິດທິຜົນການຂຸດຄົ້ນກຳປັ່ນຂອງບໍລິສັດໃຫຍ່ການເດີນເຮືອທະເລຫວຽດນາມ ແລະ ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງຂະແຫນງອຸດສາຫະກຳສ້ອມແປງ ແລະ ບໍລິການດ້ານເຕັກນິກກຳປັ່ນຫວຽດນາມ. ໂຄງການຍັງປະກອບສ່ວນຊຸກຍູ້ການພັດທະນາຢ່າງວ່ອງໄວຂອງລະບົບທ່າກຳປັ່ນທະເລ ແລະ ຂະແຫນງການເດີນເຮືອທະເລຫວຽດນາມ.