(vovworld) - ຕອນບ່າຍວັນທີ 10/10, ຢູ່ສຳນັກງານສູນກາງ, ທ່ານ Le Hong Anh, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງສູນກາງແນວລາວສ້າງຊາດ ໂດຍທ່ານນາງ ບົວວອນ ອອນຈັນຫອມ, ຮອງປະທານຄະນະກຳມະການທີ່ມາຫວຽດນາມ ເຂົ້າຮ່ວມຊຸດເຝຶກອົບຮົມແລກປ່ຽນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນ. ທີ່ການຕ້ອນຮັບ, ທ່ານ Le Hong Anh ໄດ້ຢືນຢັນວ່າ ຍາມໃດພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍຖືເປັນຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວ ຮັກສາ ແລະ ເພີ່ມພູນຄຸນສ້າງໃຫ້ສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ທ່ານ Le Hong Anh ໄດ້ຕີລາຄາສູງບົດບາດ ແລະ ໝາກຜົນແຫ່ງການຮ່ວມມືລະຫວ່າງບັນດາຄະນະຂົນຂວາຍປະຊາຊົນສູນກາງກັບແນວລາວສ້າງຊາດ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ - ລາວ, ພ້ອມທັງຕີລາຄາສູງເລື່ອງສອງຝ່າຍສົມທົບກັນຈັດຊຸດເຝຶກອົບຮົມແລກປ່ຽນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນ. ທ່ານ Le Hong Anh ຫວັງວ່າ, ໃນໄລຍະຈະມາເຖິງ, ຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ ແລະ ແນວລາວສ້າງຊາດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງໃນວຽກງານຂົນຂວາຍປະຊາຊົນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ.