ຜູ້ມີສິດເລືອກຕັ້ງກຳປູເຈຍໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 5

ຜູ້ມີສິດເລືອກຕັ້ງກຳປູເຈຍໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 5 - ảnh 1
ຜູ້ມີສິດເລືອກຕັ້ງກຳປູເຈຍໄປປ່ອນບັດເລືອກຕັ້ງ
ສະພາແຫ່ງຊາດຊຸດທີ 5
ພາບ:TTXVN


(vovworld)- ວັນ​ທີ 28/7, ຜູ້​ມີ​ສິດ​ເລືອກ​ຕັ້ງ​ກຳປູ​ເຈຍ ​ໄດ້​ໄປ​ປ່ອນ​ບັດ​ຢູ່ ສະຖານ​ທີ່​ປ່ອນ​ບັດ 19.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ເລ​ືອກຕັ້ງ ສະມາ​ຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ 5 123 ທ່ານ. ຕາມ​ບັນຊີ​ລາຍ​ຊື່​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC) ​ແລ້ວ, ຜູ້​ມີ​ສິດ​​ເລືອກ​ຕັ້ງ​ກວ່າ 9,6 ລ້ານ​ຄົນ​ມີ​ສິດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ. ບັນດາ​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ: ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງ​ອາດ​ຈະ​ໄປ​ປ່ອນ​ບັດ​ຫລາຍກວ່າ​ເມື່ອ​ທຽບ​ໃສ່​ການ​ເລືອກ​ຕັ້ງ​ຄັ້ງ​ກ່ອນ​ນີ້ ​ແລະ​ ຄາດ​ວ່າ​ຂຶ້ນ​ເຖິງ 80%.

ໃນການເລືອກຕັ້ງຂອງ​ສະພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ຊຸດ​ທີ 5 ມີ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ 8 ພັກ​ເຂົ້າຮ່ວມ, ​ໃນ​ນັ້ນ ມີບັນດາພັກໃຫຍ່ຄື: ​ພັກ​ກຳ​ອຳນາດ​ປະຊາຊົນ ກຳປູ​ເຈຍ (CPP), ພັກຝ່າຍຄ້ານ CNRP ແລະ ພັກ FUNCIPEC. ຫາງສຽງຖືວ່າ ພັກ CPP ອາດຈະສືບຕໍ່ນຳຫນ້າໃນການເລືອກຕັ້ງຄັ້ງນີ້, ຖັດມາແມ່ນພັກ CNPR ແລະ ພັກ FUNCIPEC ພຽງຍາດໄດ້ບາງທີ່ນັ່ງ. ສ່ວນ 5 ພັກຍັງເຫລືອບໍ່ສາມາດຍາດໄດ້ທີ່ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້.

 

ຂ່າວ/ບົດ​ອື່ນ