ຜູ້ມີສິດເລືອກຕັ້ງຫວັງວ່າບັນດາຜູ້ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງຫຼັກແຫຼ່ງຕ້ອງມີ ຄວາມເກັ່ງກ້າສາມາດຢ່າງພຽງພໍ

ຜູ້ມີສິດເລືອກຕັ້ງຫວັງວ່າບັນດາຜູ້ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງຫຼັກແຫຼ່ງຕ້ອງມີ ຄວາມເກັ່ງກ້າສາມາດຢ່າງພຽງພໍ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​
ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ
(ພາບ: HoangLong)


(vovworld)-  ​​​ ​​​​ໃນ​ການສະ​ເໜີ​ບົດ​ລາຍ​ງານ​ສັງ​ລວມ​​ຄຳ​ເຫັນປະ​ກອບ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ ໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໃນ​ຕອນ​ເຊົ້າ​ວັນ​ທີ 20/10. ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ ໃຫ້​ຮູ້​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ກະ​ກຽມ​ບຸກ​ຄະ​ລະ​ກອນ​ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ​ຄັ້ງ​ທີ 12 ຂອງ​ພັກ, ປາ​ຖະ​ໜາ​ວ່າ: ບັນ​ດາ​ຜູ້​ທີ່​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ດຳ​ລົງ​ ​ຕຳ​ແໜ່ງຫຼັກ​ແຫຼ່ງ​ຂອງ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຕ​ອ້ງ​ມີ​ຄຸນ​ສົມ​ບັດ, ຄວາມ​ເກັ່ງ​ກ້າ​ສາ​ມາດ​ຢ່າງ​​ພຽງ​ພໍ ເພື່ອກໍ່​ສ້າງ​ພັກ, ລັດ​ ​ໃຫ້ນັບ​ມື້​ນັບ​​ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ ໝັ້ນ​ຄົງເຂັ້ມ​ແຂງ.

        ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ​ສຳ​ເລັດ​ການ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຝິກ (TPP) ບັນ​ດາຜູ້​ມີ​ສິດ​ເລືອກ​ຕັ້ງ​ ຖື​ວ່າ: ​ຫວຽດ​ນາມ​ນັບ​ມື້​ນັບ​​ເຊື່ອມ​ໂຍງ​​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງເຂົ້າກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​.

 

ຂ່າວ/ບົດ​ອື່ນ