ຜູ້ມີສິດເລືອກຕັ້ງອີຢີບສ່ວນຫຼາຍ
ສະໜັບສະໜູນຮ່າງລັດຖະທຳມະນູນສະບັບໃໝ່
(ພາບ:news.chodientu.vn)
(vovworld) - ໝາກຜົນການກວດບັດໂດຍສັງເຂບຂອງການລົງປະຊາມະຕິຄັ້ງປະຖົມມະເລິກໃຫ້ເຫັນວ່າ: 59% ຈຳນວນຜູ້ມີສິດເລືອກຕັ້ງອີຢີບ ໄດ້ສະໜັບສະໜູນຮ່າງລັດຖະທຳມະນູນສະບັບໃໝ່ ຊື່ງແມ່ນອັດຕາສ່ວນຫຼາຍເມື່ອທຽບໃສ່ອັດຕາສ່ວນຜູ້ມີສິດເລືອກຕັ້ງປະຕິເສດແມ່ນ 41% . ນີ້ແມ່ນໝາກຜົນການກວດບັດຢູ່ 10 ແຂວງນະຄອນຂອງອີຢີບໃນການລົງປະຊາມະຕິໄລຍະທີ 1 ຊື່ງໄດ້ດຳເນີນໃນວັນທີ 15/12 ທີ່ຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ຜູ້ມີສິດເລືອກຕັ້ງອີຢີບ ສ່ວນຫຼາຍຢູ່ນະຄອນຫຼວງ Cairo ແລະ ນະຄອນ Alexandria ຊື່ງແມ່ນນະຄອນໃຫ່ຍກ່ວາໝູ່ຢູ່ອີຢີບ ພັດປະຕິເສດຮ່າງລັດຖະທຳມະນູນສະບັບດັ່ງກ່າວ.
ຕາມຄະນະກຳມະການເລືອກຕັ້ງສູງສຸດແລ້ວ, ໝາກຜົນການເລືອກຕັ້ງທາງການຈະຖືກປະກາດຫຼັງວັນທີ 23/12, ເມື່ອສິ້ນສຸດການລົງປະຊາມະຕິຄັ້ງທີ 2 ຢູ່ 17 ແຂວງນະຄອນທີ່ຍັງເຫຼືອໃນປະເທດອີຢີບ.