ຜູ້ມີສິດເລືອກຕັ້ງ ອີຢິບ 50 ລ້ານຄົນເຂົ້າຮ່ວມການປ່ອນບັດເລືອກຕັ້ງປະທານາທິບໍດີ

ຜູ້ມີສິດເລືອກຕັ້ງ ອີຢິບ 50 ລ້ານຄົນເຂົ້າຮ່ວມການປ່ອນບັດເລືອກຕັ້ງປະທານາທິບໍດີ - ảnh 1
ຜູ້ມີສິດເລືອກຕັ້ງອີຢິບ ໄປປ່ອນບັດເລືອກຕັ້ງ
(ພາບ: Reuters)

(vovworld) - ວັນທຳອິດຂອງການເລືອກຕັ້ງປະທານາທິບໍດີ ອີຢິບ ທີ່ດຳເນີນໃນວັນທີ 23/5 ໃນທາມກາງສະພາບຄວາມສະຫງົບດີພໍສົມຄວນ. ປະຊາຊົນ ອີຢິບ ຈະສືບຕໍ່ໄປປ່ອນບັດ ເລືອກຕັ້ງໃນວັນທີ 24/5 ເພື່ອເລືອກຕັ້ງການນຳປະເທດ ພາຍຫຼັງເກືອບ 1 ປີເຄິ່ງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ຂາດສະຖຽນ ລະພາບ. ສຳລັບປະຊາຊົນ ອີຢິບແລ້ວ, ການເລືອກຕັ້ງຄັ້ງນີ້ມີຄວາມໝາຍປະຫວັດສາດ ແລະ ເຂົາເຈົ້າຫວັງວ່າ ປະທານາທິບໍດີຄົນໃໝ່ຈະນຳມາເຊິ່ງການປ່ຽນແປງໃໝ່ທີ່ຕັ້ງໜ້າ ຫຼາຍຢ່າງໃຫ້ແກ່ປະເທດຊາດ. ເຖິງວ່າ ປະຊາຊົນອີຢິບ ມີຄວາມປະເອີບໃຈວ່າ: ການເລືອກຕັ້ງຈະນຳມາເຊິ່ງຜົນງານທີ່ຕັ້ງໜ້າໃຫ້ແກ່ອະນາຄົດ ຂອງປະເທດຊາດ, ຫຼາຍຄົນຖືວ່າ: ຍາກທີ່ຈະເລືອກຕັ້ງປະທານາທິບໍດີ ໃນຮອບເລືອກຕັ້ງທີ 1 ສຳເລັດ ແລະ ຈະຕ້ອງມີການເລືອກຕັ້ງໂດຍກົງຕື່ມອີກ. ຖ້າຫາກວ່າ: ໃນຮອບເລືອກຕັ້ງທີ 1 ບໍ່ມີຜູ້ອອກສະໝັກຮັບເລືອກຕັ້ງ ທ່ານໃດຍາດໄດ້ 50% ບັດສະໜັບສະໜູນທີ່ຈຳເປັນ, ຮອບເລືອກຕັ້ງໂດຍກົງຈະດຳເນີນໃນວັນທີ 16 ແລະ 17/6.

ຂ່າວ/ບົດ​ອື່ນ