ຜູ້ມີສິດເລືອງຕັ້ງສິງຄະໂປຕັ້ງຄວາມຫວັງໃນການເລືອກຕັ້ງທົ່ວປະເທດໃນໄລຍະຈະມາເຖິງ

ຜູ້ມີສິດເລືອງຕັ້ງສິງຄະໂປຕັ້ງຄວາມຫວັງໃນການເລືອກຕັ້ງທົ່ວປະເທດໃນໄລຍະຈະມາເຖິງ - ảnh 1
ທ່ານ​ປະທານາທິບໍດີ​ສິງ​ຄະ​​ໂປ Tony Tan Keng Yam
(ພາບອີນເຕີແນດ)


(vovworld) – ດ້ວຍ​ເລື່ອງທ່ານ​ປະທານາທິບໍດີ​ສິງ​ຄະ​​ໂປ Tony Tan Keng Yam ຖ​ະ​ແຫຼ​ງຍຸບ​ເລີກ​ສະພາ​ແຫ່ງ​ຊາດ ​ແລະ ປະກາດ​ລັດຖະດຳລັດ​ວ່າ​ດ​້ວຍການ​ເລືອກ​ຕັ້ງ ກຳນົດ​ວັນ​ເວລາ​ດຳ​ເນີນການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ​ໃນ​ວັນ​ທີ 11/09 ຈະ​ມາ​ເຖິງ. ຄາ​ດວ່າ, ບັນດາ​ບັນຫາ​ດຶງ​ດູດ​ຄວາມ​ສົນ​ໃຈ​ແຕ່​ດົນ​ນານ​ມາ​​ແລ້ວຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄື: ຄ່າ​ໃຊ້​ຈາ​ຍ​ໃນການດຳລົງ​ຊີວິດ​​ແພງ​ໂພດ, ​ເຮືອນ​ຢູ່, ການ​ສຶກສາ ​ແລະ ​​ຄວາມ​ຜິດ​ໂຕ​ນກັນ​ດ້ານລາຍ​ຮັບ. ທ່ານ​ຮອງ​ສາດສະດາຈານ Eugene Tan, ສັງກັດ​ມະຫາວິທະຍາ​ໄລ​ຄຸ້ມ​ຄອງ​ສິງ​ຄະ​​ໂປ ​ໃຫ້​ຂໍ້​ສັງ​ເກດວ່າ, ນີ້​ຈະ​ແມ່ນ​ການ​ເລືອກ​ຕັ້ງ​ມີ​ການ​ແກ່ງ​ແຍ້​ງທີ່​ສຸດ​ໃນ​​ໄລ​ຍະ​ມໍ່ໆ​ມາ​ນີ້. ຕາມ​ທ່ານ​ແລ້ວ, ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເວລາ​ຈະ​ມາ​ເຖິງ ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ອື່ນ, ​ຂະນະ​ທີ່​ສິ່ງ​ແນ່ນອນ​ວ່າ ມັນ​ຈະ​ປະກອບສ່ວນ​ກຳນົດ​ການ​ນຳ​ລຸ່ນທີ 4 ຂອງ​ສິງກະ​​ໂປ.

ຂ່າວ/ບົດ​ອື່ນ