ຜູ້ວ່າການທະນາຄານແຫ່ງລັດຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 16 ພະຈິກ ຢູ່ຮ່າໂນ້ຍ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເລມິງຮືງ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. 

ຜູ້ວ່າການທະນາຄານແຫ່ງລັດຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ - ảnh 1 ຜູ້ວ່າການທະນາຄານແຫ່ງລັດ ເລມີງຮືງຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ

ພາບ:vietnam+

ໝວກບັນຫາຊັກຖາມ ລວມມີ: ເລື່ອງບໍລິຫານນະໂຍບາຍເງິນຕາ ຮັບປະກັນການຫນູນຊ່ວຍການຜະລິດດຳເນີນທຸລະກິດ ແລະ ການເຕີບໂຕດ້ານສິນເຊື່ອ, ການເຄື່ອນໄຫວຂອງບັນດາທະນາຄານອ່ອນດ້ອຍໄດ້ຮັບການແກ້ໄຂແລ້ວ ແລະ ມາດຕະການຮັບປະກັນຄວາມປອດໄພ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບທະນາຄານ, ແກ້ໄຂຫນີ້ເສຍ, ລະດົມຄຳ, ເງິນຕາຕ່າງປະເທດໃນປະຊາຊົນ.

ຕາມຜູ້ວ່າການທະນາຄານແຫ່ງລັດ ເລມີງຮືງ ແລ້ວ, ໃນໄລຍະຜ່ານມາ ທະນາຄານແຫ່ງລັດບັນລຸໄດ້ບັນດາຜົນງານຕັ້ງຫນ້າຄື: ຮັກສາອັດຕາດອກເບ້ຍເປັນປົກກະຕິ, ຫລຸດຜ່ອນອັດຕາດອກເບ້ຍໃຫ້ກູ້ຢືມ, ການເຕີບໂຕສິນເຊື່ອຢ່າງມີປະສິດທິຜົນ ແລະ ປອດໄພ, ອັດຕາແລກປ່ຽນເງິນຕາ ແລະ ຕະຫລາດເງິນຕາມີຄວາມສະຖຽນລະພາບ, ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນສູງ. ກ່ຽວກັບສິນເຊື່ອໃຫ້ແກ່ກະສິກຳເຕັກໂນໂລຊີສູງ, ກະສິກຳປອດສານພິດ, ຜູ້ວ່າການທະນາຄານແຫ່ງລັດ ເລມີງຮືງ ຢືນຢັນ: ຕອບສະຫນອງໄດ້ຄວາມຕ້ອງການການລົງທຶນແຫລ່ງທຶນໄລຍະກາງ ແລະ ໄລຍະຍາວ, ພ້ອມທັງຊີ້ນຳເປີດກວ້າງເປົ້າໝາຍໄດ້ກູ້ຢືມທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ