ຜູ້ວາງລະເບີດກໍ່ການຮ້າຍຢູ່ Bosston ອາດຈະຖືກສານຕັດສິນໂທດ ປະຫານຊີວິດ
Dchokhar A Tsarnaev
ຜູ້ຖືກລະແວງສົງໄສວາງລະເບີດກໍ່ການຮ້າຍ
(ພາບ: RIA)
(vovworld)- ວັນທີ 22/4, ວົງການເຈົ້າໜ້າທີ່ອາເມລິກາ ໄດ້ອອກຄຳສັ່ງເປີດການສືບສວນສອບສວນ Dchokhar A Tsarnaev ອາຍຸ 19 ປີ-ຜູ້ຖືກລະແວງສົງໄສວາງລະເບີດກໍ່ການຮ້າຍທີ່ການແຂ່ງຂັນແລ່ນ Marathon Bosston ຍ້ອນນຳໃຊ້ອາວຸດລ້າງຜານ ແລະ ທຳລາຍຊີວິດອິນຊີ ແລະ ຊັບສິນດ້ວຍທາດລະເບີດໂດຍເຈດຕະນາ. ດ້ວຍ 2 ການກະທຳອຜິດດັ່ງກ່າວ, ຜູ້ກ່ຽວອາດຈະຖືກຕັດສິນລົງໂທດປະຫານຊີວິດ ຫຼືຖືກຈຳຄຸກຕະຫຼອດຊີວິດ. ປະຈຸບັນ, Dchokhar A Tsarnaev ພວກມຖືກຄຸ້ມຕົວຢ່າງເຄັ່ງຄັດຢູ່ໂຮງໝໍ ແລະ ຜູ້ກ່ຽວໄດ້ເຫັນດີຕໍ່ການຂຶ້ນສານໃນວັນທີ 30/5 ຈະມາເຖິງ. ທ່ານ Jay Carnay ໂຄສົກທຳນຽບຂາວໃຫ້ຮູ້ວ່າ: ຕົວການ Dchokhar A Tsarnaev ຖືສັນຊາດອາເມລິກາ ຈະຖືກນຳຕົວຂຶ້ນສານດຳເນີນຄະດີຕາມກົດໝາຍອາເມລິກາ.