ຜູ້ສະໝັກຮັບເລືອກຕັ້ງສສຊຊຸດທີ 14 ພົບປະກັບຜູ້ມີສິດເລືອກຕັ້ງ,ຫາສຽງເລືອກຕັ້ງ

ຜູ້ສະໝັກຮັບເລືອກຕັ້ງສສຊຊຸດທີ 14 ພົບປະກັບຜູ້ມີສິດເລືອກຕັ້ງ,ຫາສຽງເລືອກຕັ້ງ - ảnh 1
(ທ່ານ ດິງ​ເທ​ຮີງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ
ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຫາຍ​ເຈົາ, ນະ​ຄອນ​ດ່ານັ້ງ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 05/05, ​ທ່ານ ດິງ​ເທ​ຮີງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ​ຫົວ​ໜ່ວຍ​ເລືອກ​ຕັ້ງ​ເລກ 1, ນະ​ຄອນ​ດ່ານັ້ງ, ໄດ້​ມີ​ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຫາຍ​ເຈົາ, ນະ​ຄອນ​ດ່ານັ້ງ. ທີ່​ການ​ພົບ​ປະ, ທ່ານ ດິງ​ເທ​ຮີງ ໃຫ້​ຮູ​້​ວ່າ, ຜ່ານ​ພຶດ​ຕິ​ກຳ​ຕົວ​ຈິງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ຊຸດ​ທີ 11, 12, 13, ທ່ານ​ໄດ້​ເຫັນ​ວ່າ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ ຕ້ອງ​ສະ​​ໜິດ​ຕິດ​ພັນ​ຢ່າງ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ, ຮັບ​​ຟັງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊ​ົນ, ຮັບ​ຜິ​ດ​ຊອບ​ຕໍ​ປະ​ຊາ​ຊົນ ແລະ ຕາງ​ໜ້າ​ໃຫ້​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ຫາຍ​ເຈົາ ສະ​ແດງ​ຄວ​າມ​ເຊື່ອ​ໝັ້ນ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ, ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14; ພ້ອມ​ທັງ​ສະ​ເໜີ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຖ້າ​ໄດ້​ຮັບ​ການ​ເລືອກ​ຕັ້ງຕ້ອງ​ປະ​ຕິ​ບັດ​ບັນ​ດາ​ບັນ​ຫາ​ທີ່​ໄດ້​ວາງ​ອອກ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ.

        ແລະ​ກໍ​ໃນ​ຕອນ​ເຊົ້​າ​ວັນ​ທີ 05/05, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ພ້ອມ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ 4 ທ່ານ​ຢູ່​ແຂວງ​ເຊີນ​ລາ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫົວ​ໜ່ວຍ​ເລກ 1 ນະ​ຄອນ​ເຊີນ​ລາ. ຢູ່​ທີ່ນີ້ ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຍົກ​ອອກ​ໂຄງ​ການ​ດຳ​ເນີນ​ງານຂອງ​ຕົນ​ເມື່ອ​ໄດ້​ຮັບ​ການ​ເລືອກ​ຕັ້ງ. ຕາງ​ໜ້າ​ໃຫ້​ຄະ​ນະ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ​໋ອງ ໄດ້​ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​​ປະ​ກອບຢ່າງ​ກົງ​ໄປ​ກົງ​ມາ, ​ສຸດ​ຈິດ​​ສຸດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອງ​ທັງ​ຢືນ​ຢັນ​ວ່າ, ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ​ເພື່ອ​ໃຫ້​ພັກ, ລັດ​ຖະ​ບານ ມີ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ຂ່າວ/ບົດ​ອື່ນ