ຜູ້ສະໝັກເລືອກຕັ້ງກວ່າ12.000ຄົນຈົດທະບຽນແຂ່ງຂັນເລືອກຕັ້ງເຂົ້າສະພາແຫ່ງຊາດອີຣານ

ຜູ້ສະໝັກເລືອກຕັ້ງກວ່າ12.000ຄົນຈົດທະບຽນແຂ່ງຂັນເລືອກຕັ້ງເຂົ້າສະພາແຫ່ງຊາດອີຣານ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານIran Hassan Rouhani.

(vovworld)-​ ນີ້​ແມ່​ນ​ຈຳ​ນວນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຫລາຍກວ່າ​ໝູ່ ນັບ​ແຕ່​ການປະ​ຕິ​ວັດ​ອິດ​ສະ​ລາມ​ປີ 1979. ກ​ະ​ຊວງ​ພາຍ​ໃນ ອີ​ຣານ ໃຫ​້​ຮູ້​ວ່າ: ເມື່ອ​ສິ້ນ​ສຸດ​ການ​ຈົດ​ທະ​ບຽນ​ແຂ່ງ​ຂັນ​ເລືອກ​ຕັ້ງ​ໃນ​ການ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 25/12, ຍອດ​ຈຳ​ນວນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້​ງ​ຈົດ​ທະ​ບຽນ​ແມ່ນ 12.123 ຄົນ, ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ເລືອກ​ຕັ້ງ​ ​ເມື່ອ​ປີ 2012. ໃນ​ນັ້ນ ແມ່​ຍິງ ແມ່ນ 1.434 ຄົນ, ກວມ 11%, ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່​ປີ 2012. ບັນ​ຊີ​ລາຍ​ຊື່​ສຸດ​ທ້າຍ​ຈະ​ປະ​ກາດ​ໃນ​ວັນ​ທີ 9/2. ການ​ປ່ອນ​ບັດ​ຄາດ​ວ່າ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 26/2 ແລະ ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 290 ຄົນ.

ຂ່າວ/ບົດ​ອື່ນ