ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ພົບປະເຈລະຈາກັບການນໍາພັກກໍາອໍານາດ LDP ຍີ່ປຸ່ນ
(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ວັນທີ 22 ພະຈິກ, ຢູ່ ໂຕກຽວ ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ນໍາໜ້າຄະນະປະຕິບັດງານ ມີການພົບປະເຈລະຈາກັບ ທ່ານ Hayashi Moto ຜູ້ຮັກສາການເລຂາທິການໃຫຍ່ພັກເສລີປະຊາທິປະໄຕ (LDP) ແລະ ບັນດາສະມາຊິກສະພາຕໍ່່າ.
ທ່ານ ຫງວຽນເຖ໊ກີ໋ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ພົບປະເຈລະຈາກັບການນໍາພັກກໍາອໍານາດ LDP ຍີ່ປຸ່ນ |
ທີ່ການພົບປະເຈລະຈາ, ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນກັບ ຍີ່ປຸ່ນ ແລະ ພັກກໍາອໍານາດ LDP ເປັນສໍາຄັນ, ຕີລາຄາສູງບົດບາດຂອງ ຍີ່ປຸ່ນ ໃນພາກພື້ນ ແລະ ສາກົນ. ປັດຈຸບັນ, ຍີ່ປຸ່ນ ແມ່ນປະເທດທີ່ໃຫ້ການຊ່ວຍເຫຼືອທຶນ ODA ໃຫ້ຫວຽດນາມຫຼາຍທີ່ສຸດ, ພ້ອມກັນນັ້ນ ກໍ່ແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ.
ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືໃນບາງຂົງເຂດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວສື່ມວນຊົນ.
ກ່່ອນໜ້ານັ້ນ, ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ພົບປະກັບທ່ານ Hayashi Akio ປະທານກຸ່ມບໍລິສັດການສຶກສາ Kairin Juku. ນະທີ່ນີ້, ສອງຝ່າຍກໍໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະຈະມາເຖິງໂຄງການສຶກສາພາສາຍີ່ປຸ່ນ ຈະໄດ້ຮັບການຜັນຂະຫຍາຍຢູ່ ວິທະຍາໄລກະຈາຍສຽງ ແລະ ໂທລະພາບ ຂອງ VOV ໂດຍໄວ.