ຜູ້ອາສາສະໝັກນະຄອນໂຮ່ຈິມິນ
|
(vovworld)- ຜູ້ອາສາສະໝັກນະຄອນໂຮ່ຈິມິນ ກວ່າ 5000 ໄດ້ຄົນເຂົ້າຮ່ວມ ການຍ່າງເພື່ອສ້າງກອງທຶນສຶກສາ “ ຕໍ່ພະລັງແຮງໄປໂຮງຮຽນ” ໂດຍຄະນະຊາວໜຸ່ມ, ສະຫະພັນຊາວໜຸ່ມຫວຽດນາມ, ສະມາຄົມນັກສຶກສາຫວຽດນາມ, ໜັງສືພິມໄວໜຸ່ມນະຄອນໂຮ່ຈິມິນສົມທົບກັນຈັດຂຶ້ນ. ທີ່ພິທີໄຂ, ຄະນະຈັດຕັ້ງໄດ້ມອບທຶນສຶກສາໃຫ້ແກ່ 5 ເມືອງຊານນະຄອນ, ແຕ່ລະຫົວໜ່ວຍ 50 ລ້ານດົງ, ພ້ອມກັນນັ້ນ ກໍມອບທຶນສຶກສາໃຫ້ນັກສຶກສາ, ເດັກນ້ອຍເກືອບ 80 ຄົນທີ່ມີສະພາບຫຍຸ້ງຍາກ. ທ້າວຫງວຽນກວາງຊາງ ຢູ່ຄະນະຊາວໜຸ່ມເມືອງ ກໍເວິບ ໃຫ້ຮູ້ວ່າ :
“ ນ້ອງເຫັນວ່າມີຄວາມມວ່ນຊື່ນທີ່ສຸດເມື່ອ ຄະນະຊາວໜຸ່ມນະຄອນ ແລະ ບັນດາຫົວໜ່ວຍອຸປະຖຳໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຄືໃນວັນນີ້. ເພື່ອໃຫ້ພວກນ້ອງໄດ້ປະກອບສ່ວນໜ້ອຍໜຶ່ງເພື່ອຊ່ວຍເຫຼືອພວກນ້ອງນັກຮຽນທີ່ຍາກຍາກໃນການຮ່ຳຮຽນໃນສົກຮຽນໃໝ່ນີ້ ”
ປີ 2014 , ໂຄງການຈະມອບທຶນສຶກສາ1750 ທຶນໃຫ້ແກ່ນັກຮຽນ, ນັກສຶກສາ ທີ່ມີສະພາບຫຍຸ້ງຍາກລວມມູນຄ່າກວ່າ 8,7 ຕື້ດົງ.