ຜູ້ແຫ່ຂະວນປະທ້ວງຢືດຄອງສຳນັກງານອຳນາດການປົກຄອງແຫ່ງຕ່າງໆຢູ່ນະຄອນ Donetsk
(ພາບປະກອບ: kienthuc.net.vn)
(vovworld) – ວັນທີ 16/5, ບັນດາຜູ້ແຫ່ຂະບວນປະທ້ວງ ຢູແກຼນ ໄດ້ຍາດເອົາສິດຄວບຄຸມຄ້າຍທະຫານຂອງກຳລັງອາລັກຂາແຫ່ງຊາດ ຢູແກຼນ ຢູ່ນະຄອນ Donetsk, ພາກຕາເວັນອອກ ຢູແກຼນ. ຕາມບັນດາແຫຼ່ງຂ່າວທີ່ສະຖານທີ່ເກີດເຫດແລ້ວ, ເຫດລະເບີດເກີດຂຶ້ນບາງຄັ້ງຢູ່ນະຄອນ, ແຕ່ປະຈຸບັນບໍ່ຮູ້ວ່າບັນດາເຫດລະເບີດດັ່ງກ່າວກ່ຽວຂ້ອງເຖິງການຄວມຄຸມຄ້າຍທະຫານດັ່ງກ່າວຫຼືບໍ່.
ໃນເດືອນໜ້າ, ການນຳຊົ່ວຄາວ ກີແອບ ໄດ້ປຸກລະດົມອັນທີ່ເອີ້ນວ່າ: ການເຄື່ອນໄຫວຕ້ານກໍ່ການຮ້າຍ ເພື່ອແນໃສ່ຍາດຄືນສິດຄວບຄຸມຢູ່ນະຄອນແຫ່ງຕ່າງໆໃນພາກຕາເວັນອອກປະເທດນີ້ ພາຍຫຼັງຖືກຜູ້ແຫ່ຂະບວນປະທ້ວງຢືດຄອງ. ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ບັ້ນຮົບການທະຫານ, ບັນດາຜູ້ແຫ່ຂະບວນປະທ້ວງຍັງຄົງບຸກໂຈມຕີບັນດາສຳນັກງານອຳນາດການປົກຄອງ ແລະ ຈັບຕົວປະກັນ.
ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ, ວັນທີ 16/5, ທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ປະທານາທິບໍດີ ຝຣັ່ງ Francois Hollande ມີການໂອ້ລົມທາງໂທລະສັບປຶກສາຫາລື ກ່ຽວກັບສະພາບການຢູ່ປະເທດ ເອີລົບຕາເວັນອອກນີ້, ພ້ອມທັງກ່າວເຕືອນຈະເພີ່ມທະວີບັນດາມາດຕະການລົງໂທດ ມົດສະກູ ກ່ຽວຂ້ອງເຖິງວິກິດການຢູ່ປະເທດບ້ານໃກ້ເຮືອນຄຽງຂອງລັດເຊຍ.