ຜູ້ແຫ່ຂະບວນປະທ້ວງຢູ່ໄທປິດລ້ອມບັນດາເສັ້ນທາງຢູ່ນະຄອນຫຼວງ
ຜູ້ແຫ່ຂະບວນປະທ້ວງຢູ່ໄທປິດລ້ອມບັນດາເສັ້ນທາງຢູ່ນະຄອນຫຼວງ
(ພາບ: AFP)
(vovworld) – ວັນທີ 13/1, ວັນທຳອິດໃນບັ້ນຮົບປິດລ້ອມນະຄອນຫຼວງ ບາງກອກ ໂດຍຫົວໜ້າຄະນະແຫ່ຂະບວນປະທ້ວງ ສຸເທບ ເທືອກສຸບັນ ປຸກລະດົມ, ຜູ້ແຫ່ຂະບວນປະທ້ວງໄດ້ເຕົ້າໂຮມຢູ່ເສັ້ນທາງສາຍຕ່າງໆຢູ່ນະຄອນຫຼວງ ບາງກອກ. ຢູ່ສະຖານທີ່ຄົມມະນາຄົມຈຸດສຸມ, ສູນການຄ້າ ແລະ ສຳນັກງານອົງການລັດຖະບານ, ຜູ້ແຫ່ຂະບວນປະທ້ວງໄດ້ຕັ້ງຮົ້ວກີດຂວາງ ແລະ ຕູບ, ດ້ວຍຈຸດປະສົງເຮັດໃຫ້ການເຄື່ອນໄຫວຂອງຫຼາຍຂະແໜງເສດຖະກິດຖືກຢຸດສະງັກ. ໂຄສົກຂອງກອງທັບ ໄທ ທ່ານ ວິນໄທ ສຸວາຣີ ໃຫ້ຮູ້ວ່າ: ກອງທັບພຽງແຕ່ຜັນຂະຫຍາຍນັກຮົບຢູ່ບາງສະຖານທີ່ເທົ່ານັ້ນ, ພິເສດແມ່ນຢູ່ເຂດຫ້ອງວ່າການລັດຖະບານ, ດ້ວຍໜ້າທີ່ບໍ່ພຽງແຕ່ຮັບປະກັນຄວາມປອດໄພໃຫ້ຜູ້ແຫ່ຂະບວນເທົ່ານັ້ນ ຫາກຍັງໜູນຊ່ວຍຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍອີກດ້ວຍ.
ແລະກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງລັກ ຊິນນະວັດ ໄດ້ມອບໜ້າທີ່ໃຫ້ທ່ານຮອງນາຍົກລັດຖະມົນຕີ ພົງເທບ ເທບກາຈະນາ ຈັດຕັ້ງການພົບປະກັບທຸກຝ່າຍກ່ຽວຂ້ອງເພື່ອແນໃສ່ປຶກສາຫາລືກ່ຽວກັບຂໍ້ສະເໜີຂອງຄະນະກຳມະການເລືອກຕັ້ງ (EC) ໂຈະການເລືອກຕັ້ງທົ່ວປະເທດເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 2/2. ຕາມແຜນການແລ້ວ, ທ່ານ ພົງເທບ ຈະພົບປະກັບຜູ້ຕາງໜ້າ EC, ບັນດາພັກຝ່າຍ, ບັນດາຝ່າຍສະໜັບສະໜູນ ແລະ ຝ່າຍຄ້ານການເລືອກຕັ້ງໃນວັນທີ 15/1. ວັນທີ 12/1, EC ສະເໜີກັບທ່ານນາງ ຍິ່ງລັກ ຊິນນະວັດ ພິຈາລະນາໂຈະເວລາຈັດຕັ້ງການເລືອກຕັ້ງເຖິງວັນທີ 4/5.