ຝຣັ່ງຜັນຂະຫຍາຍກ່ຳປັ່ນສະໜາມບິນໄປຍັງເຂດອ່າວເພື່ອຕ້ານIS
ກ່ຳປັ່ນສະໜາມບິນ Charles de Gaulle
(ພາບ: AFP)
|
(vovworld) – ວັນທີ 23/2, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຝຣັ່ງ ຄົນໜຶ່ງ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຜັນຂະຫຍາຍກ່ຳປັ່ນສະໜາມບິນ Charles de Gaulle ໄປຍັງເຂດອ່າວ ຄືດັ່ງສ່ວນໜຶ່ງໃນບັ້ນການທະຫານ ໂດຍ ອາເມລິກາ ນຳໜ້າເພື່ອຕ້ານຄືນອົງການລັດອິດສະລາມ (IS) ຂະໜານນາມເອງ ຢູ່ ອີຣັກ. ເຈົ້າໜ້າທີ່ຜູ້ນີ້ ຂຶ້ນກັບກຸ່ມພາລະກອນຂອງກະຊວງປ້ອງກັນປະເທດ ຝຣັ່ງ Jean – Yves Le Drian, ໄດ້ຮັບຮູ້ແຫຼ່ງຂ່າວດັ່ງກ່າວເມື່ອຜູ້ຊ່ວຍວຽກຂອງທ່ານໄປຍັງກ່ຳປັ່ນສະໜາມບິນລຳດັ່ງກ່າວ. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ແຕ່ຕອນເຊົ້າວັນທີ 23/2, ກ່ຳປັ່ນສະໜາມບິນ Charles de Gaulle ໄດ້ເລີ່ມເຂົ້າຮ່ວມບັນຮົບຢູ່ ອີຣັກ. ເຮືອບິນຂັບໄລ່ Rafale ໄດ້ບິນຈາກກ່ຳປັ່ນ Charles de Gaulle ເມື່ອກ່ຳປັ່ນລຳນີ້ຫ່າງຈາກຝັ່ງທະເລທາງທິດເໜືອ Bahrain ໄປທາງ ອີຣັກ ປະມານ 200 ກມ.