ຝຣັ່ງ ຊົມເຊີຍ ອາຣັບບິ ຊະອຸດິ ເປີດສານດຳເນີນຄະດີເຈົ້າໜ້າທີ່ບາງທ່ານທີ່ມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ Jamal Khashoggi

(VOVWORLD) - ວັນທີ 15 ພະຈິກ, ຝຣັ່ງ ໄດ້ຊົມເຊີຍເລື່ອງ ອາຣັບບິ ຊະອຸດິ ໄດ້ເປີດສານດຳເນີນຄະດີເຈົ້າໜ້າທີ່ບາງທ່ານທີ່ຖືກສົ່ງໄສວ່າມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ Jamal Khashoggi, ຖືນີ້ ແມ່ນບາດກ້າວເດີນຖືກທິດ.

ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດ ຝຣັ່ງ ໄດ້ຢ້ຳຄືນຄຳຮຽກຮ້ອງຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ກ່ຽວກັບການສືບສວນເຮັດໃຫ້ແຈ່ມແຈ້ງກ່ຽວກັບການເສຍຊີວິດຂອງນັກຂ່າວ Khashoggi ໃນວັນທີ 02 ຕຸລາ ທີ່ສຳນັກງານສະຖານກົງສູນ ອາຣັບບິ ຊະອຸດິ ຢູ່ Istanbul, ປະເທດ ຕວກກີ.

        ກ່ອນໜ້ານັ້ນ, ຫ້ອງການໄອຍະການ ອາຣັບບິ ຊະອຸດິ ປະກາດວ່າ ມີເຈົ້າໜ້າທີ່ປະເທດນີ້ 5 ຄົນຖືກດຳເນີນຄະດີ ແລະ ຕ້ອງປະເຊີນໜ້າຕໍ່ໂທດປະຫານຊີວິດ ເຊິ່ງມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ Khashoggi. ບັນດານັກໄອຍະການ ອາຣັບບິ ຊະອຸດິ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ 5 ຄົນນີ້ຖືກກ່າວຜູກໂທດ ຍ້ອນອອກຄຳສັ່ງ ເຂັ່ນຂ້ານັກຂ່າວຄົນດັ່ງກ່າວ. ພ້ອມທັງສະເໜີວ່າ ຕ້ອງລົງໂທດໃຫ້ເໝາະສົມສຳລັບບຸກຄົນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ