ຝຣັ່ງ ນາບຂູ່ຄັດຄ້ານເລື່ອງຕໍ່ກຳນົດເວລາ Brexit ຕື່ມອີກ 3 ເດືອນ
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຝຣັ່ງ Jean-Yves Le Drian ຖະແຫຼງວ່າ ປະເທດ ຝຣັ່ງ ຄັດຄ້ານເລື່ອງຕໍ່ກຳນົດເວລາ Brexit ຕື່ມອີກ 3 ເດືອນ ຖ້າຫາກຝ່າຍ ອັງກິດ ບໍ່ຍົກອອກມ່ບັນດາຂໍ້ສະເໜີລະອຽດ ໃນການຊອກຫາມາດຕະການທີ່ປ່ຽນແທນໃຫ້ຂໍ້ຕົກລົງ Brexit.
ທ່ານລັດຖະມົນຕີການຕ່າງປະເທດ ຝຣັ່ງ Jean-Yves Le Drian (ພາບ: AP ) |
ກ່າວຄຳເຫັນໃນການໂອ້ລົມສົນທະນາ ຜ່ານຄື້ນກະຈາຍສຽງ ຝຣັ່ງ ໃນວັນທີ 08 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຝຣັ່ງ Jean-Yves Le Drian ໃຫ້ຂໍ້ສັງເກດວ່າ ສະພາບການຢູ່ ອັງກິດ ໃນປັດຈຸບັນ ພວມເປັນໜ້າວິຕົກກັງວົນ ແລະ ຝ່າຍ ອັງກິດ ຄວນເວົ້າແຈ້ງຕໍ່ສິ່ງທີ່ຕົນເອງມີຄວາມປາດຖະໜາ ຖ້າຢາກຫລຸດພົ້ນອອກຈາກສະພາບບໍ່ມີທາງອອກຄືປັດຈຸບັນ. Le Drian ກໍ່ຖະແຫຼງວ່າ ໃນສະພາບການຄືປັດຈຸບັນ, ຝຣັ່ງ ບໍ່ເຫັນດີເລື່ອງ ອັງກິດ ສະເໜີຕໍ່ກຳນົດເວລາ Brexit ຕື່ມອີກ 3 ເດືອນ, ຈົນເຖິງວັນທີ 31 ມັງກອນ 2020.