ຝຣັ່ງ: ມີການໃຊ້ຄວາມຮຸນແຮງໃນການແຫ່ຂະບວນປະທ້ວງ (ເສື້ອເຫຼືອງ)

(VOVWORLD) - ວັນທີ 16 ພະຈິກ, ຊາວ ຝຣັ່ງ ກ່ວາ 28.000 ຄົນໄດ້ລົງຖະໜົນເພື່ອສະເຫຼີມສະຫຼອງ 1ປີແຫ່ງວັນປຸກລະດົມຂະບວນການແຫ່ປະທ້ວງ “ເສື້ອເຫຼືອງ”.

  ເກີດມີການໃຊ້ຄວາມຮຸນແຮງຕື່ມອີກຢູ່ນະຄອນຫລວງ ປາຣີ ແລະ ຢູ່ບາງນະຄອນໃຫຍ່ອື່ນ. ຢູ່ ປາຣີ, ຊາວ ຝຣັ່ງ ກ່ວາ 4.700 ຄົນໄດ້ເຕົ້າໂຮມກັນຢູ່ບາງສະຖານທີ່ສາທາລະນະ, ເວັ້ນເສຍແຕ່ຖະໜົນທີ່ມີຊື່ສຽງ Champs-Elysees ແລະ ບັນດາສະໜາມຫລວງໃຫຍ່ຢູ່ອ້ອມຂ້າງນັ້ນ, ເຊິ່ງແມ່ນບ່ອນທີ່ຫ້າມການເຕົ້າໂຮມກັນຢ່າງເດັດຂາດ. ເພື່ອສ້າງເປັນຂີດໝາຍ 1 ປີແຫ່ງວັນປຸກລະດົມຂະບວນການ “ເສື້ອເຫລືອງ”, ບັນດາຜູ້ແຫ່ຂະບວນປະທ້ວງ ໄດ້ຖະແຫຼງວ່າ ພ້ອມແລ້ວທີ່ຈະປ່ຽນໃໝ່ວິທີການກະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ