(VOVWORLD) - ວັນທີ 10 ມັງກອນ, ມີກ່ຳປັ່ນຂອງກຳລັງກວດກາການປະມົງ 4 ລຳ ໄດ້ຂົນສົ່ງສິນຄ້າທີ່ເປັນຜະລິດຕະພັນຈຳເປັນໄປໃຫ້ທະຫານ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮວ່າ ຕ້ອນຮັບບຸນປີໃໝ່ ປີສະລຸ 2021.
ກອງພົນນ້ອຍ 146 ຂົນສົ່ງຂອງຂວັນໄປຍັງເມືອງເກາະເຈື່ອງຊາ ເນື່ອງໃນໂອກາດບຸນປີໃໝ່ (ພາບ:TTXVN) |
ທ່ານ ພັນໂທ ເລືອງຊວັນຢາບ, ກຳມະການການເມືອງ, ກອງພົນນ້ອຍ 146, ເຂດ 4 ກອງທັບເຮືອ ໃຫ້ຮູ້ວ່າ ໃນອາທິດຜ່ານມາ, ທາງກົມກອງ ໄດ້ຮັບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຈາກທະຫານ, ປະຊາຊົນໃນທົ່ວປະເທດ ທີ່ໄດ້ຝາກມາໃຫ້ໝູ່ເກາະ ເຈື່ອງຊາ. ນີ້ແມ່ນອາລົມຈິດຄວາມຮັກແພງທີ່ພິເສດຂອງປະຊາຊົນ, ດັ່ງນັ້ນ ເຖິງວ່າເງື່ອນໄຂດິນຟ້າອາກາດຈະຫຍຸ້ງຍາກແນວໃດກໍຕາມ, ກອງພົນນ້ອຍ 146 ກໍຈະຕັດສິນໃຈປະຕິບັດສຳເລັດໜ້າທີ່, ຂົນສົ່ງສິນຄ້າ, ຜະລິດຕະພັນທີ່ຈຳເປັນໃນຊີວິດປະຈຳວັນໄປຍັງເກາະແຫ່ງຕ່າງໆ ເພື່ອໃຫ້ທະຫານ ແລະ ປະຊາຊົນຢູ່ທີ່ນັ້ນ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຄືກັບຢູ່ໃນເຂດດິນຕໍ່ແຜ່ນ.