ເຂດ Qastal al-Harami, ໃກ້ກັບ Aleppo ຖືກທຳລາຍຍ້ອນການປະທະກັນໃນວັນທີ 9/12.
(ພາບ: AFP/TTXVN)
|
(vovworld) – ວັນທີ 10/12, ທ່ານ Jean – Marc Ayrault, ລັດຖະມົນຕີການຕ່າງປະເທດ ຝຣັ່ງ ໄດ້ໃຫ້ຮູ້ວ່າ: ຝ່າຍຄ້ານຢູ່ ຊີຣີ ກຽມພ້ອມເຊື່ອມຕໍ່ການເຈລະຈາກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar al –Assad ເຊິ່ງ “ບໍ່ມີເງື່ອນໄຂ”. ຂໍ້ມູນຂ່າວດັ່ງກ່າວໂດຍທ່ານ Ayrault ຍົກອອກມາພາຍຫຼັງການພົບປະລະຫວ່າງຜູ້ຕາງໜ້າຂອງບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ແລະ ຝ່າຍຄ້ານ ຊີຣີ ຢູ່ນະຄອນຫຼວງ ປາຣີ. ເມື່ອເຕື້ອງເຖິງວິວັດທະນາການເພື່ອແນໃສ່ຢຸດຕິເສິກກາງເມືອງແກ່ຍາວເປັນເວລາ 5 ປີຜ່ານມາຢູ່ ຊີຣີ, ທ່ານລັດຖະມົນຕີການຕ່າງປະເທດ Ayrault ໄດ້ເວົ້າວ່າ: “ພວກເຮົາຕ້ອງຜູກມັດບັນດາເງື່ອນໄຂໃຫ້ແກ່ວິວັດການມອບໂອນສິດອຳນາດການເມືອງແທ້ຈິງ, ແລະ ບັນດາການເຈລະຈາຕ້ອງໄດ້ເຊື່ອມຕໍ່ຄືນໃໝ່ບົນພື້ນຖານຈະແຈ້ງໃນຂອບເຂດມະຕິ ສປຊ”. ເລື່ອງຝ່າຍຄ້ານ ຊີຣີ ຢາກເຊື່ອມຕໍ່ການເຈລະຈາກັບລັດຖະບານ ຊີຣີ ຄືນໃໝ່ ໃນຂະນະກຳລັງຝ່າຍຄ້ານໄດ້ຮັບການສະໜັບສະໜູນຈາກຝ່າຍຕາເວັນຕົກ, ພວມຖືກປະລາໄຊ. ອາເມລິກາ ແລະ ຝ່າຍຕາເວັນຕົກ ພວມຊອກຫາທຸກໆມາດຕະການໂຈະບັ້ນຮົບການທະຫານຂອງອຳນາດການປົກຄອງ ຊີຣີ.