ຝ່າຍຄ້ານຢູ່ຊີຣີນາບຂູ່ວ່າຈະຖອນອອກຈາກການເຈລະຈາສັນຕິພາບ
ທ່ານ Riad Hijab
ຜູ້ປະສານງານຂອງ ຄະນະກຳມະການເຈລະຈາຂັ້ນສູງ
ພາບ: AFP/TTXVN)
|
(vovworld)- ວັນທີ 30/1, ຄະນະກຳມະການເຈລະຈາຂັ້ນສູງ, ຕາງຫນ້າບັນດາກຸ່ມຝ່າຍຄ້ານຢູ່ຊີຣີ ໃນການເຈລະຈາກັບອຳນາດການປົກຄອງ Damascus ນາບຂູ່ວ່າ ຈະຖອນອອກຈາກບັນດາການເຈລະຈາ ໂດຍ ສປຊ ຫນູນຊ່ວຍ ນັບແຕ່ເມື່ອບໍໍ່ທັນເລີ່ມຕົ້ນການເຈລະຈາ ຖ້າຫາກສະພາບການມະນຸດສະທຳຢູ່ຊີຣີ ບໍ່ໄດ້ຮັບການປັບປຸງ. ທ່ານ Riad Hijab ຜູ້ປະສານງານຂອງ ຄະນະກຳມະການເຈລະຈາຂັ້ນສູງ ຖະແຫລງວ່າ ຈະບໍ່ເຂົ້າຮ່ວມການເຈລະຈາກັບອຳນາດການປົກຄອງຂອງ ປະທານາທິບໍດີ Bashar al Assad ນັບທັງເຈລະຈາທາງອ້ອມ ຈົນເຖິງມະຕິຂອງ ສປຊ ກ່ຽວກັບການຢຸດຕິການປິດລ້ອມບັນດາເທດສະບານໄດ້ຮັບການປະຕິບັດ.