ການເລືອກຕັ້ງຢູ່ ອີຕາລີ
ພາບ:internet
|
(vovworld) - ວັນທີ 16/3, ສະພາແຫ່ງຊາດຊຸດໃຫມ່ຂອງ ອີຕາລີ ໄດ້ເລືອກຕັ້ງ 2 ທ່ານທີ່ຂຶ້ນກັບພັນທະມິດຝ່າຍຊ້າຍດຳລົງຕຳແຫນ່ງປະທານສະພາຕຳ່ ແລະ ສະພາສູງ. ທ່ານນາງ Laura Boldrini ສະມາຊິກຂອງພັກຝ່າຍຊ້າຍ, ສະພາບແວດລ້ອມ, ແລະ ເສລີພາບ ຂຶ້ນກັບພັນທະມິດຝ່າຍຊ້າຍໄດ້ຮັບເລືອກຕັ້ງເປັນປະທານສະພາຕຳ່. ສ່ວນອະດີດ ໄອຍະການ ທ່ານ Pietro Grasso ສະມາຊິກຂອງພັກປະຊາທິປະໄຕຝ່າຍຊ້າຍ ໄດ້ຮັບເລືອກຕັ້ງເປັນປະທານສະພາສູງ. ໝາກຜົນດັ່ງກ່າວແມ່ນບາດກ້າວມູ່ງໄປເຖິງການຢຸດຕິສະພາບບໍ່ມີທາງອອກດ້ານການເມືອງຢູ່ ອີຕາລີ ພາຍຫລັງການເລືອກຕັ້ງທົ່ວປະເທດຊື່ງດຳເນີນໄປໃນເດືອນ 2 ຜ່ານມາ ແຕ່ບໍ່ມີພັກໃດຍາດໄດ້ໄຊຊະນະ.