ຝ່າຍຊ້າຍຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ສະພາສູງຝຣັ່ງ
ທ່ານນາງ Marine Le Pen, ປະທານພັກ FN ເປັນຄັ້ງທຳອິດມີໜ້າຢູ່ ສະພາສູງ
(ພາບ: AFP)
(vovworld) - ການເລືອກຕັ້ງສະພາສູງ ຝຣັ່ງ ທີ່ດຳເນີນໄປໃນວັນທີ 28/9, ເພື່ອແນໃສ່ເລືອກຕັ້ງເຄິ່ງໜຶ່ງຈຳນວນສະມາຊິກສະພາແຫ່ງຊາດ (179 ໃນຈຳນວນ 348 ທີ່ນັ່ງ) ໄດ້ສິ້ນສຸດລົງດ້ວຍໄຊຊະນະຂອງສຳພັນທະມິດຝ່າຍຊ້າຍ, ພ້ອມທັງເປັນຂີດໝາຍຂອງເລື່ອງສຳພັນທະມິດນີ້ຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາສູງ ນັບແຕ່ການເລືອກຕັ້ງປີ 2008. ຝ່າຍຊ້າຍລວມມີ ສຳພັນທະມິດເພື່ອຂະບວນການປະຊາຊົນ (UMP), ສຳພັນທະມິດບຸກຄົນປະຊາທິປະໄຕ ແລະ ເອກະລາດ (UDI) ແລະ ບາງພັກນ້ອຍ ຍາດໄດ້ທັງໝົດ 187 ທີ່ນັ່ງ, ສຳພັນທະມິດຝ່າຍຂວາຍາດໄດ້ 155 ທີ່ນັ່ງ, ພັກຂວາຈັດແນວໂຮມແຫ່ງຊາດ (FN) ເປັນຄັ້ງທຳອິດມີໜ້າຢູ່ສະພາສູງດ້ວຍ 2 ທີ່ນັ່ງ. ໝາກຜົນນີ້ແມ່ນສັນຍານຊົ່ວຮ້າຍສຳລັບທ່ານປະທານາທິບໍດີ Francois Hollande ເມື່ອອິດທິພົນຊື່ສຽງດ້ານການເມືອງຂອງທ່ານພວມຖືກຫລຸດລົງ ຍ້ອນປະຊາຊົນສ່ວນຫຼາຍບໍ່ພໍໃຈກັບແນວທາງພັດທະນາເສດຖະກິດ ພາໄປເຖິງສະພາບຫວ່າງງານເພີ່ມຂຶ້ນສູງ ກໍ່ຄືນະໂຍບາຍຫລຸດຜ່ອນສະຫວັດດີການ ແລະ ການອຸປະຖຳຈາກອຳນາດການປົກຄອງສູນກາງນັບແຕ່ເມື່ອທ່ານຂຶ້ນກຳອຳນາດ.