(vovworld) – ວັນທີ 19/09, ທ່ານຫົວໜ້າຄະນະຜູ້ແທນໜູນຊ່ວຍຂອງສະຫະປະຊາດຢູ່ລີບີ (UNSMIL) Bernardino Leon, ໃຫ້ຮູ້ວ່າ, ບັນດາຝ່າຍຄ້ານຢູ່ລີບີ ໄດ້ເຊື່ອມຕໍ່ການເຈລະຈາຢູ່ນະຄອນ Skhirat ຂອງ ມາຣົກ ພາຍຫຼັງຢຸດຕິໂດຍຊົ່ວຄາວມາເປັນເວລາ 5 ວັນ. UNSMIL ໄດ້ຕົກລົງວ່າ ວັນທີ 20/09, ແມ່ນກຳນົດເວລາສຸດທ້າຍເພື່ອໃຫ້ກຸ່ມ ເຈລະຈາທີ່ກອງປະຊຸມໃຫຍ່ປະຊາຊົນທົ່ວປະເທດ (GNC) ສົ່ງຂໍ້ຕົກລົງໃໝ່ຂອງສະຫະປະຊາຊາດ ເຖິງທຸກປະເທດສະມາຊິກ GNC ຢູ່ນະຄອນຫຼວງ Tripoli ແລະ ສະເໜີບັນດາຜູ້ສະໝັກຮັບເລືອກຕັ້ງຂອງເຂົ້າເຈົ້າ ເຂົ້າຮ່ວມລັດຖະບານສາມັກຄີຊົນຊາດ. ໃນຂະນະນັ້ນ, ຕາມ UNSMIL ແລ້ວ, ສະພາແຫ່ງຊາດເຊິ່ງໄດ້ຮັບການຮັບຮູ້ຈາກສາກົນຂອງລີບີ ຈະຈັດສົ່ງໜຶ່ງໃນບັນດາກຸ່ມເຈລະຈາໄປເຖິງ Tobruk ເພື່ອແຈ້ງໃຫ້ບັນດາສະມາຊິກຊາບກ່ຽວກັບການຜັນແປ່ໃໝ່ສຸດຂອງການເຈລະຈາດ້ານການເມືອງຢູ່ ມາຣົກ.