ລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry (ຊ້າຍ) ແລະ ຄູ່ຕຳແໜ່ງ ອີຣານ Mohammad Javad Zarif (ຂວາ) ສືບຕໍ່ການເຈລະຈາໃນວັນທີ 26/3
(ພາບ: AFP/TTXVN)
|
(vovworld) – ວັນທີ 29/3, ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນເບື້ອງຕົ້ນກ່ຽວກັບບັນດາບັນຫາພື້ນຖານຂອງຂໍ້ຕົກລົງເພື່ອແນໃສ່ສະກັດກັ້ນໂຄງການ ນິວເຄຼຍຂອງ ອີຣານ ພໍສົມຄວນ. ເຈົ້າໜ້າທີ່ຝ່າຍຕາເວັນຕົກທ່ານໜຶ່ງໃຫ້ຮູ້ວ່າ: ອີຣານ ເຫັນດີຕົກລົງຫລຸດຜ່ອນກ່ວາ 2/3 ຈຳນວນຈັດພົ້ນສູນ ແລະ ຍົກຍ້າຍສາງເຊື້ອເພີງນິວເຄຼຍຂອງ ປະເທດນີ້ອອກຕ່າງປະເທດ. ບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ພວມພິຈາລະນາເລື່ອງອະນຸຍາດໃຫ້ ອີຣານ ດຳເນີນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງການເສີມທາດເຊື້ອເພີງນິວເຄຼຍ ມີສ່ວນຈຳກັດ ພາຍໃຕ້ການຕິດຕາມກວດກາຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຈຸດປະສົງສາທາລະນະສຸກຢູ່ບັນດາຮາກຖານພື້ນດິນ Fordow, ພ້ອມທັງພວມມານະພະຍາຍາມປະຕິບັດສຳເລັດຂໍ້ຕົກລົງຮອບດ້ານກ່ອນກຳນົດເວລາສຸດທ້າຍແມ່ນວັນທີ 30/6. ເຖິງຢ່າງໃດກໍ່ຕາມ, ບັນດານັກການທູດ ອີຣານ ໄດ້ປະຕິເສດເລື່ອງບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນຫານີ້ ແລະ ຖືວ່າ ບັນດາແຫຼ່ງຂ່າວນີ້ຂອງ ຝ່າຍຕາເວັນຕົກ ເພື່ອແນໃສ່ສົ່ງຜົນສະທ້ອນເຖິງວິວັດການເຈລະຈາ.