ຝ່າຍລຸກຮື້ຂຶ້ນຊີຣີບຸກໂຈມຕີຄຸກກໍຄວາມລົມຫາຍຕາຍຈາກຢ່າງຫຼວງຫຼາຍ
ຝ່າຍລຸກຮື້ຂຶ້ນຊີຣີບຸກໂຈມຕີຄຸກກໍຄວາມລົມຫາຍຕາຍຈາກຢ່າງຫຼວງຫຼາຍ
(ພາບ: AFP/TTXVN)
(vovworld) – ວັນທີ 23/08, ກຳລັງລຸກຮື້ຂຶ້ນຊີຣີ ໄດ້ບຸກໂຈມຕີຄຸກຢູ່ໃຈກາງນະຄອນຫຼວງ Damascus, ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ແລະ 53 ຄົນຮັບບາດເຈັບ. ກະຊວງພາຍໃນຊີຣີ ໃຫ້ຮູ້ວ່າ, ບັນດາລູກປືນໃຫຍ່ ໄດ້ຍິງໃສ່ທາງເຂົ້າຄຸກ ໃນຈຸດເວລາທີ່ແຂກພວມມາຢາມຄຸກ. ອົງການຕິດຕາມກວດກາສິດທິມະນຸດຊີຣີ (SOHR) ກໍຢັ້ງຢືນເຫດຍິງປືນໃຫຍ່ໃສ່ຄຸກດັ່ງກ່າວ, ພ້ອມທັງໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ຍ້ອນມີຫຼາຍຄົນຮັບບາດເຈັບໜັກ.