ພັກປະຊາທິປະໄຕເສລີ ຂອງຍີ່ປຸ່ນຍາດໄດ້ ໄຊຊະນະຂາດຂັ້ນ
Lien Son ນັກຂ່າວ VOV ປະຈຳຍີ່ປຸ່ນ -  
ທ່ານ Shinzo Abe ອາດຈະແມ່ນນາຍົກລັດຖະມົນຕີຄົນໃໝ່
(ພາບ:m.go.vn)
(VOV)-ຕາມໝາກຜົນການເລືອກຕັ້ງສະພາຕ່ຳຍີ່ປຸ່ນ ຊື່ງປະກາດໃນຕອນເຊົ້າວັນທີ 19/12, ພັກປະຊາທິປະໄຕເສລີຝ່າຍຄ້ານຂອງຍີ່ປຸ່ນ (LDP) ຍາດໄດ້ 294 ທີ່ນັ່ງໃນຈຳນວນທັງໝົດ 480 ທີ່ນັ່ງ, ກາຍເປັນພັກກວມອັດຕາສ່ວນຫຼາຍຢູ່ສະພາຕ່ຳ. ໃນຂະນະນັ້ນ, ພັກປະຊາທິປະໄຕກຳອຳນາດຍາດໄດ້ພຽງ 57 ທີ່ນັ່ງເທົ່ານັ້ນ. ນີ້ແມ່ນໝາກຜົນຕ່ຳທີ່ສຸດເມື່ອທຽບກັບຈຳນວນ 308 ທີ່ນັ່ງຊື່ງພັກນີ້ຍາດໄດ້ໃນການເລືອກຕັ້ງກ່ອນນີ້ 3 ປີ. ທ່ານນາຍົກລັດຖະມົນຕີ Yoshihiko Noda ໄດ້ປະກາດລາອອກຈາກຕຳແໜ່ງປະທານພັກປະຊາທິປະໄຕກຳອຳນາດພາຍຫຼັງທີ່ໄດ້ຮັບໝາກຜົນການເລືອກຕັ້ງຄືດັ່ງກ່າວ.
ຄາດວ່າ, ທ່ານ Shinzo Abe ປະທານພັກປະຊາທິປະໄຕເສລີຈະໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ໃນວາລະປະຊຸມພິເສດຂອງສະພາແຫ່ງຊາດ ຊື່ງຈະຈັດຂຶ້ນໃນວັນທີ 26/12 ຈະມາເຖິງ.
Lien Son ນັກຂ່າວ VOV ປະຈຳຍີ່ປຸ່ນ